ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບການນຳສະມາຄົມ, ວິສາຫະກິດ ບຸນກາຣີ ຈຳນວນໜຶ່ງ

(VOVWORLD) - ທ່ານປະທານສະພາແຫ່ງຊາດສະເໜີໃຫ້ສະມາຄົມອຸດສາຫະກຳການຄ້າ ກໍຄືຫ້ອງການການຄ້າ, ອຸດສາຫະກຳ ບຸນກາຣີ ເຊື່ອມຕໍ່ກັບສະຫະພັນການຄ້າ ແລະ  ອຸດສາຫະກຳ ຫວຽດນາມ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບການນຳສະມາຄົມ, ວິສາຫະກິດ ບຸນກາຣີ ຈຳນວນໜຶ່ງ  - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ
(ພາບ: TTXVN)

          ໃນຂອບເຂດການຢ້ຽມຢາມ ບຸກາຣີ ຢ່າງເປັນທາງການ, ຕອນບ່າຍວັນທີ 25 ກັນຍາ, ຢູ່ນະຄອນຫຼວງ Sofia, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບຜູ້ຕາງໜ້າຫ້ອງການການຄ້າ ແລະ ອຸດສາຫະກຳ ບຸນກາຣີ ແລະ ສະມາຄົມ, ວິສາຫະກິດ ບຸນກາຣີ ຈຳນວນໜຶ່ງ. ນະທີ່ນີ້, ທ່ານປະທານສະພາແຫ່ງຊາດສະເໜີໃຫ້ສະມາຄົມອຸດສາຫະກຳການຄ້າ ກໍຄືຫ້ອງການການຄ້າ, ອຸດສາຫະກຳ ບຸນກາຣີ ເຊື່ອມຕໍ່ກັບສະຫະພັນການຄ້າ ແລະ  ອຸດສາຫະກຳ ຫວຽດນາມ (VCCI), ເຊື່ອມຕໍ່ບັນດາວິສາຫະກິດ ແລະ ຊອກຮູ້ບັນດາໂອກາດລົງທຶນ ແລະ ດຳເນີນທຸລະກິດລະຫວ່າງ 2 ສອງປະເທດ. ຕາມທ່ານປະທານສະພາແຫ່ງຊາດແລ້ວ, ເມື່ອບັນດາວິສາຫະກິດ ບຸນກາຣີ ສ້າງຕັ້ງການພົວພັນກັບຄູ່ຮ່ວມມື ແລະ ລົງທຶນເຂົ້າ ຫວຽດນາມ ຈະມີເງື່ອນໄຂເພື່ອແຊກແຊງເຂົ້າຕະຫຼາດ ອາຊຽນ, ກົງກັນຂ້າມ, ບັນດານັກລົງທຶນ, ວິສາຫະກິດ ຫວຽດນາມ ທີ່ມີການພົວພັນຮ່ວມມືກັບບັນດາວິສາກິດ ບຸນກາຣີ ກໍ່ຈະມີໂອກາດຮ່ວມມືກັບບັນດາປະເທດໃນສະຫະພາບ ເອີລົບ (ອີຢູ).

          ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກໍ່ໄດ້ໄປຢ້ຽມຢາມ ແລະ ມີບົດກ່າວຄຳເຫັນທີ່ມະຫາວິທະຍາໄລເສດຖະກິດແຫ່ງຊາດ ແລະ ສາກົນ Sofia.

ຕອບກັບ

ຂ່າວ/ບົດ​ອື່ນ