ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ປະ​ເທດ ລາວ

(VOVWORLD) -ຕອນເຊົ້າວັນທີ 19 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານປະເທດແຫ່ງ ສປປ ລາວ ບຸນທອງ ຈິດມະນີ ແລະ ຄະນະຜູ້ແທນຂັ້ນສູງ ພັກ, ລັດ ລາວ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ ເວືອງ​ດິ່ງ​ເຫວະ ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ປະ​ເທດ ລາວ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ (ພາບ: VOV)

 ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ປາດຖະໜາວ່າ, ສອງປະເທດ ຈະສືບຕໍ່ສົມທົບກັນຊຸກຍູ້ການຜັນຂະຫຍາຍຂໍ້ຕົກລົງລະຫວ່າງສອງກົມການເມືອງ ປີ 2022 ໃຫ້ມີປະສິດທິຜົນ; ຮັກສາການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ທຸກຂັ້ນໃນທຸກຊ່ອງທາງ, ລວມທັງບັນດາກຳມາທິການ, ກຸ່ມສະມາຊິກລັດຖະສະພາມິດຕະພາບ, ກຸ່ມສະມາຊິກສະພາແຫ່ງຊາດຍິງ, ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ, ບັນດາຄະນະສະມາຊິກສະພາແຫ່ງຊາດ, ສະພາປະຊາຊົນບັນດາແຂວງທີ່ມີຊາຍແດນຮ່ວມ ຫຼື ແຮກສ່ຽວກັບບັນດາທ້ອງຖິ່ນຂອງລາວ.

        ທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ຢັ້ງຢືນວ່າ ລາວ ຍາມໃດກໍຖືເປັນສຳຄັນ ແລະ ພ້ອມແລ້ວທີ່ຈະຮ່ວມມື ແນໃສ່ປັບປຸງສາຍພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານ ກັບ ຫວຽດນາມ. ຕາມທ່ານຮອງປະທານປະເທດ ລາວ ບຸນທອງ ຈິດມະນີ ແລ້ວ, ເລື່ອງສອງປະເທດສົມທົບກັນຈັດຕັ້ງກິດຈະກຳເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຫວຽດນາມ - ລາວ ຄົບຮອບ 60 ປີ, ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ ໃຫ້ເປັນຢ່າງດີນັ້ນ ແມ່ນມີຄວາມໝາຍສຳຄັນຕໍ່ການພົວພັນແບບພິເສດ ລະຫວ່າງສອງຊາດ ຫວຽດນາມ - ລາວ.

ເລຕວຽດ.

ຕອບກັບ

ຂ່າວ/ບົດ​ອື່ນ