ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບປະທານ ຫ້ອງການການຄ້າ ໄທ ແລະ ການນຳບັນດາກຸ່ມບໍລິສັດແຖວໜ້າຂອງ ໄທ

(VOVWORLD) - ໃນໄລຍະຈະມາເຖິງ, ຫວຽດນາມ ແລະ ໄທ ຕ້ອງສູ້ຊົນເພື່ອບັນລຸວົງເງິນການຄ້າ 2 ສົ້ນສູງກວ່າອີກ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບປະທານ ຫ້ອງການການຄ້າ ໄທ ແລະ ການນຳບັນດາກຸ່ມບໍລິສັດແຖວໜ້າຂອງ ໄທ - ảnh 1 (ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບທ່ານປະທານຫ້ອງການການຄ້າ ໄທ (TTC) ທັງເປັນປະທານສະມາຄົມມິດຕະພາບ ໄທ - ຫວຽດນາມ ສະນັນ ອັງອູບົງກຸນ)

        ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ ໄທ, ຕອນເຊົ້າວັນທີ 08 ທັນວາ, ຢູ່ນະຄອນຫຼວງ ບາງກອກ, ປະເທດ ໄທ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບທ່ານປະທານຫ້ອງການການຄ້າ ໄທ (TTC) ທັງເປັນປະທານສະມາຄົມມິດຕະພາບ ໄທ - ຫວຽດນາມ ສະນັນ ອັງອູບົງກຸນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເໜີວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ ແລະ ໄທ ຕ້ອງສູ້ຊົນເພື່ອບັນລຸວົງເງິນການຄ້າ 2 ສົ້ນສູງກວ່າອີກ, ຕາມທິດດຸ່ນດ່ຽງ ແລະ ຍືນຍົງ, ສົມກັບຄວາມສາມາດບົ່ມຊ້ອນຂອງແຕ່ລະປະເທດ ກໍຄືການພົວພັນດ້ານການເມືອງ, ການທູດອັນດີງາມລະຫວ່າງ 2 ປະເທດ.

        ທີ່ການຕ້ອນຮັບບັນດາການນຳກຸ່ມບໍລິສັດແຖວໜ້າຂອງ ໄທ ທີ່ພວມລົງທຶນຢູ່ ຫວຽດນາມ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕີລາຄາສູງໝາກຜົນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດຂອງບັນດາກຸ່ມບໍລິສັດ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມຂອງ ຫວຽດນາມ. ທ່ານ ເວືອງດິ່ງເຫວະ ໃຫ້ຮູ້ວ່າ, ຫວຽດນາມ ພວມສ້າງລະບົບກົດໝາຍຕາມທິດສ້າງຄວາມສະດວກທີ່ສຸດໃຫ້ແກ່ບັນດານັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດເຄື່ອນໄຫວ, ໃນນັ້ນ, ມີບັນດານັກລົງທຶນ ໄທ, ບົນເນື້ອໃນຈິດໃຈ “ສ້າງກົດໝາຍສ້າງການພັດທະນາ”, “ຖືປະຊາຊົນ, ວິສາຫະກິດເປັນໃຈກາງ”.

ຕອບກັບ

ຂ່າວ/ບົດ​ອື່ນ