ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິງ​ເຫວະ ຕ້ອນ​ຮັບ​ປະ​ທານ​ສະ​ພາ​​ບໍ​ລິ​ຫານ​ທະ​ນາ​ຄານ​ຮ່ວມ​ມື​ສາ​ກົນ ຍີ່​ປຸ່ນ (JBIC)

(VOVWORLD) - ຕອນເຊົ້າວັນທີ 27 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານ Maeda Tadashi, ປະທານສະພາບໍລິຫານທະນາຄານຮ່ວມມືສາກົນ ຍີ່ປຸ່ນ (JBIC), ທັງເປັນທີ່ປຶກສາພິເສດຂອງລັດຖະບານ ຍີ່ປຸ່ນ, ພວມຢູ່ຢ້ຽມຢຽມ ຫວຽດນາມ.
ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິງ​ເຫວະ ຕ້ອນ​ຮັບ​ປະ​ທານ​ສະ​ພາ​​ບໍ​ລິ​ຫານ​ທະ​ນາ​ຄານ​ຮ່ວມ​ມື​ສາ​ກົນ ຍີ່​ປຸ່ນ (JBIC) - ảnh 1ການຕ້ອນຮັບທ່ານMaeda Tadashi, ປະທານສະພາບໍລິຫານທະນາຄານຮ່ວມມືສາກົນ ຍີ່ປຸ່ນ (ພາບ:VOV)

 ນະທີ່ນີ້, ທ່ານປະທານ JBIC Maeda Tadashi ໃຫ້ຮູ້ວ່າ ໃນບັນດາກອງປະຊຸມຂອງກຸ່ມ 20 ພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກ (G20) ໃນປີ 2022, ຍີ່ປຸ່ນ ໄດ້ສະເໜີຂໍ້ລິເລີ່ມປະຊາຄົມຫຼຸດການປ່ອຍອາຍພິດລົງມາເປັນລະດັບ 0 ຢູ່ອາຊີ (AZEC); ກຸ່ມ 7 ປະເທດທີ່ມີພື້ນຖານເສດຖະກິດພັດທະນາທີ່ສຸດໃນໂລກ (G7) ກໍພວມສຸມໃສ່ຜັນຂະຫຍາຍຂໍ້ລິເລີ່ມກ່ຽວກັບການຫັນປ່ຽນພະລັງງານແບບຍຸຕິທຳ (JETP). ເພື່ອຜັນຂະຫຍາຍຂໍ້ລິເລີ່ມດັ່ງກ່າວ, JBIC ໃຫ້ຄຳໝັ້ນສັນຍາໜູນຊ່ວຍ 300 ລ້ານ ເອີໂຣ ຜ່ານທະນາຄານ Vietcombank. ໃນການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຄັ້ງນີ້, ຝ່າຍຍີ່ປຸ່ນ ປາດຖະໜາວ່າ ຫວຽດນາມ ຈະສ້າງກຸ່ມປະຕິບັດງານລວມ ຜັນຂະຫຍາຍ ຂໍ້ລິເລີ່ມ AZEC ໂດຍໄວ. ດ້ວຍທີ່ຕັ້ງພູມີສາດສຳຄັນຂອງ ຫວຽດນາມ, ຕາມທ່ານປະທານ JBIC ແລ້ວ, ຍີ່ປຸ່ນ ແລະ ອາເມລິກາ, ອົດສະຕາລີ ກໍຈະສົມທົບກັນ ໜູນຊ່ວຍ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຂອງການປ່ຽນແປງຂອງດິນຟ້າອາກາດ. ຍີ່ປຸ່ນ ໄດ້ສ້າງຕັ້ງຂອບເຂດເພື່ອໜູນຊ່ວຍ ຫວຽດນາມ ໃນບັນຫານີ້.

        ສ່ວນທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເນັ້ນໜັກວ່າ ເປົ້າໝາຍຫັນປ່ຽນພະລັງງານຢູ່ບໍ່ວ່າປະເທດໃດ ກໍເພື່ອຈຸດປະສົງແຖວໜ້າແມ່ນຮັບປະກັນຄວາມໝັ້ນຄົງດ້ານພະລັງງານ. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກໍເຫັນດີຈັດສົ່ງຄະນະສະມາຊິກສະພາແຫ່ງຊາດ ເຂົ້າຮ່ວມກຸ່ມປະຕິບັດງານລວມ ແລະ ຫວັງວ່າ ຂໍ້ລິເລີ່ມ AZEC ຈະໄດ້ຜັນຂະຫຍາຍໂດຍໄວ ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ