ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບອະດີດປະທານສະພາແຫ່ງຊາດ ສ ເກົາຫຼີ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານອະດີດປະທານສະພາແຫ່ງຊາດ ສ ເກົາຫຼີ Park Byeong Sueg ໄດ້ແລກປ່ຽນກ່ຽວກັບບັນດາຂົງເຂດຄວນສືບຕໍ່ໄດ້ຍູ້ແຮງການຮ່ວມມື
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບອະດີດປະທານສະພາແຫ່ງຊາດ ສ ເກົາຫຼີ - ảnh 1ການຕ້ອນຮັບຈັດຂຶ້ນຢູ່ຫໍສະພາແຫ່ງຊາດ

ສະພາແຫ່ງຊາດ ຫວຽດນາມ ແລະ ສ ເກົາຫຼີ ມີເງື່ອນໄຂຢ່າງພຽງພໍເພື່ອສ້າງຕັ້ງການພົວພັນທີ່ເປັນແບບຢ່າງ, ກາຍເປັນຕົວແບບໃນການພົວພັນລັດຖະສະພາໃນໂລກ. ນີ້ແມ່ນຄຳຢັ້ງຢືນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃນການຕ້ອນຮັບທ່ານ Park Byeong Sueg, ອະດີດປະທານສະພາແຫ່ງຊາດ ສ ເກົາຫຼີ ໃນຕອນຄ່ຳວັນທີ 24 ກໍລະກົດ, ຢູ່ຫໍສະພາແຫ່ງຊາດ.

        ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານອະດີດປະທານສະພາແຫ່ງຊາດ ສ ເກົາຫຼີ Park Byeong Sueg ໄດ້ແລກປ່ຽນກ່ຽວກັບບັນດາຂົງເຂດຄວນສືບຕໍ່ໄດ້ຍູ້ແຮງການຮ່ວມມື, ຄື: ເພີ່ມທະວີການສ້າງກອບນິຕິກຳຢ່າງສະດວກເພື່ອແນໃສ່ຊຸກຍູ້ຂອບຂະໜາດດ້ານການຄ້າຂອງສອງປະເທດພັດທະນາຕາມທິດດຸ່ນດ່ຽງ, ໝັ້ນຄົງກ່ວາອີກ; ສ ເກົາຫຼີ ເອົາໃຈໃສ່, ເປີດກ້ວາງຂອບຂະໜາດການສະໜອງທຶນຊ່ວຍເຫຼືອຫຼ້າ (ODA) ໃຫ້ແກ່ ຫວຽດນາມ, ເພີ່ມລະດັບບຸລິມະສິດ ແລະ ໝູນໃຊ້ບັນດາເງື່ອນໄຂໃຫ້ກູ້ຢຶມເໝາະສົມຕາມທຳນຽມສາກົນ… ສອງຝ່າຍກໍ່ແລກປ່ຽນກ່ຽວກັບການຊຸກຍູ້ການຮ່ວມມືໃນບັນດາຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ, ຄື: ການຫັນປ່ຽນພະລັງງານແບບຍຸຕິທຳ; ຫັນປ່ຽນດີຈີຕອນ, ເສດຖະກິດດີຈີຕອນ, ນະໂຍບາຍອອກວີຊາໃຫ້ຜູ້ອອກແຮງງານ, ນັກຊ່ຽວຊານ, ເປີດກ້ວາງບັນດາຮາກຖານການສຶກສາຂອງ ສ ເກົາຫຼີ ຢູ່ ຫວຽດນາມ…

ຕອບກັບ

ຂ່າວ/ບົດ​ອື່ນ