ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບເລຂາຄະນະພັກແຂວງ ຢຸນໜານ, ຈີນ

(VOVWORLD) - ການນຳ 2 ຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງ 2 ຝ່າຍ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບເລຂາຄະນະພັກແຂວງ ຢຸນໜານ, ຈີນ - ảnh 1(ທ່ານປະທານສະພາແຫ່ງຊາດ  ເວືອງດິ່ງເຫວະ ຕ້ອນຮັບທ່ານ ອວາງໜິງ, ເລຂາຄະນະພັກແຂວງ ຢຸນໜານ)

        ໂດຍສືບຕໍ່ການໄປຢ້ຽມຢາມ ຈີນ ຢ່າງເປັນທາງການ, ຕອນບ່າຍວັນທີ 11 ເມສາ, ຢູ່ນະຄອນ ຄຸນໝິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ຕ້ອນຮັບທ່ານ ອວາງໜິງ, ກຳມາທິການການສູນກາງພັກກອມມູນິດ ຈີນ, ເລຂາຄະນະພັກແຂວງ ຢຸນໜານ, ປະທານຄະນະປະຈຳສະພາຜູ້ແທນປະຊາຊົນແຂວງ ຢຸນໜານ.

        ທີ່ການຕ້ອນຮັບ, ການນຳ 2 ຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າແຮງຂອງ 2 ຝ່າຍ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ກັບແຂວງ ຢຸນໜານ ໃຫ້ຫຼາຍກວ່າໃນໄລຍະຈະມາເຖິງ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢືນຢັນວ່າ, ສູນກາງຍາມໃດກໍ່ໄດ້ສ້າງທຸກເງື່ອນໄຂສະດວກເພື່ອໃຫ້ບັນດາທ້ອງຖິ່ນຂອງ ຫວຽດນາມ ສ້າງຕັ້ງ ແລະ ພັດທະນາການພົວພັນຮ່ວມມືທີ່ຕ່າງຝ່າຍຕ່າງມີຜົນປະໂຫຍດກັບບັນດາທ້ອງຖິ່ນຂອງ ຈີນ, ໂດຍສະເພາະແມ່ນບັນດາທ້ອງຖິ່ນທີ່ມີເສັ້ນຊາຍແດນຮ່ວມຄືແຂວງ ຢຸນໜານ. ສະພາແຫ່ງຊາດ ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມເດີນທາງ, ໜູນຊ່ວຍ ເພື່ອການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ ຫວຽດນາມ ກັບ ຢວຽນໜານ ໃຫ້ນັບມື້ນັບພັດທະນາຢ່າງແຮງ, ນຳມາເຊິ່ງຜົນປະໂຫຍດຢ່າງແທດຈິງໃຫ້ແກ່ປະຊາຊົນ 2 ຝ່າຍ.

        ສ່ວນທ່ານ ອວາງໜິງ ໄດ້ເຫັນດີຕໍ່ບັນດາຂໍ້ສະເໜີຮ່ວມມືລະອຽດຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ທ່ານຢືນຢັນວ່າ, ແຂວງ ຢຸນໜານ ຖືເປັນສຳຄັນການຮ່ວມມືມິດຕະພາບກັບ ຫວຽດນາມ, ພ້ອມແລ້ວທີ່ຈະພ້ອມກັບບັນດາທ້ອງຖິ່ນຂອງ ຫວຽດນາມ ປະຕິບັດຄວາມຮັບຮູ້ລວມຂອງການນຳຂັ້ນສູງ 2 ປະເທດ, ກໍຄືຄວາມຮັບຮູ້ລວມລະຫວ່າງແຂວງ ຢຸນໜານ ກັບບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຂອງ ຫວຽດນາມ ໃຫ້ເປັນຢ່າງດີ.

ຕອບກັບ

ຂ່າວ/ບົດ​ອື່ນ