ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ​ະ: ​ປັບ​ປຸງບັນ​ດາ​ເອ​ກະ​ສານ​ໃຫ້​ສຳ​ເລັດ​ສົມ​ບູນ ເພື່ອ​ກະ​ກ​ຽມ​ໃຫ້​ແກ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

(VOVWORLD) - ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍການສຳເນົາເອກະສານ (ສະບັບປັບປຸງ) ດ້ວຍຄວາມເຫັນດີເຫັນພ້ອມສູງຈາກບັນດາສະມາຊິກໃນຄະນະ, ມີພື້ນຖານເພື່ອໃຫ້ຄະນະປະຈຳສະພາແຫ່ງຊາດ ຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 7. 
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວ​ະ: ​ປັບ​ປຸງບັນ​ດາ​ເອ​ກະ​ສານ​ໃຫ້​ສຳ​ເລັດ​ສົມ​ບູນ ເພື່ອ​ກະ​ກ​ຽມ​ໃຫ້​ແກ່​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 7, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15 - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: quochoi.vn)

ຕອນບ່າຍວັນທີ 22 ກຸມພາ, ຢູ່ຮ່າໂນ້ຍ, ວາລະປະຊຸມຄັ້ງທີ 30 ຂອງຄະນະປະຈຳສະພາແຫ່ງຊາດ ໄດ້ອັດລົງ. ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເນັ້ນໜັກວ່າ ພາຍຫຼັງການເຮັດວຽກ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະຕິບັດສຳເລັດ 5 ເນື້ອໃນ. ໃນນັ້ນ, ສິ່ງທີ່ໜ້າສົນໃຈແມ່ນ, ຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍການສຳເນົາເອກະສານ (ສະບັບປັບປຸງ) ດ້ວຍຄວາມເຫັນດີເຫັນພ້ອມສູງຈາກບັນດາສະມາຊິກໃນຄະນະ, ມີພື້ນຖານເພື່ອໃຫ້ຄະນະປະຈຳສະພາແຫ່ງຊາດ ຍື່ນສະເໜີຕໍ່ສະພາແຫ່ງຊາດພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 7. ຄະນະປະຈຳສະພາແຫ່ງຊາດ ກໍປະກອບຄຳເຫັນໃສ່ຮ່າງກົດໝາຍປັບປຸງ, ເພີ່ມເຕີມຂອງກົດໝາຍວ່າດ້ວຍພິທັກຮັກສາ.

ກ່ອນໜ້ານັ້ນ, ຕອນເຊົ້າໃນວັນດຽວກັນ, ຄະນະປະຈຳສະພາແຫ່ງຊາດ ໄດ້ພິຈາລະນາ, ລາຍງານວຽກງານຄຳຮ້ອງຂໍຄວາມເປັນທຳ ສະພາແຫ່ງຊາດ ໃນເດືອນ ມັງກອນ 2024.

ຕອບກັບ

ຂ່າວ/ບົດ​ອື່ນ