ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo

(VOVWORLD) - ທ່ານປະທານາທິບໍດີ Joko Widodo ໄດ້ຕີລາຄາສູງຄວາມໝາຍການຢ້ຽມຢາມ ອິນໂດເນເຊຍ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ (2013 – 2023
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານາທິບໍດີ Joko Widodo
(ພາບ:quochoi.vn)

ໃນຂອບເຂດການຢ້ຽມຢາມ ອິນໂດເນເຊຍ ຢ່າງເປັນທາງການ, ຕອນບ່າຍວັນທີ 7 ສິງຫາ, ທີ່ນະຄອນຫຼວງ ຈາກາຕາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ພົບປະກັບທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo.

          ນະທີ່ນີ້, ທ່ານປະທານາທິບໍດີ Joko Widodo ໄດ້ຕີລາຄາສູງຄວາມໝາຍການຢ້ຽມຢາມ ອິນໂດເນເຊຍ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເນື່ອງໃນໂອກາດສະເຫຼີມສະຫຼອງ 10 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ອິນໂດເນເຊຍ (2013 – 2023), ຊ່ວຍສ້າງກຳລັງໜູນນຳການຮ່ວມມືສອງປະເທດໃຫ້ພັດທະນານັບມື້ເລິກເຊິ່ງ, ກ້ວາງຂວາງ, ແທດຈິງ. ທ່ານປະທານາທິບໍດີ Joko Widodo ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມືຍຸດທະສາດ ອິນໂດເນເຊຍ - ຫວຽດນາມ ບໍ່ພຽງແຕ່ນຳມາເຊິ່ງຜົນປະໂຫຍດໃຫ້ທັງສອງປະເທດເທົ່ານັ້ນ ຫາກຍັງໄດ້ປະກອບສ່ວນໃຫ້ແກ່ສັນຕິພາບ, ສະຖຽນລະພາບ, ຄວາມວັດທະນາຖາວອນຢູ່ພາກພື້ນອີກດ້ວຍ.

        ສ່ວນທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢັ້ງຢືນວ່າ ຫວຽດນາມ ຖືການພົວພັນຄູ່ຮ່ວມມືຍຸດທະສາດກັບ ອິນໂດເນເຊຍ ເປັນສຳຄັນ, ໃຫ້ຮູ້ວ່າ ສະພາແຫ່ງຊາດ ສອງປະເທດ ໄດ້ລົງນາມຂໍ້ຕົກລົງຮ່ວມມືເພື່ອຊຸກຍູ້ການພົວພັນລັດຖະສະພາກ່ວາອີກ ແລະ ຢາກຍົກລະດັບການພົວພັນສອງປະເທດຂຶ້ນສູ່ລະດັບສູງໃໝ່. ທ່ານປະທານາທິບໍດີ ອິນໂດເນເຊຍ ເຫັນດີເປັນເອກະພາບກັບທ່ານປະທານສະພາແຫ່ງຊາດ ຫວຽດນາມ ກ່ຽວກັບການຮັກສາບັນດາລະບົບການສະໜອງທີ່ມີຢູ່ແລ້ວ, ການຮ່ວມມືກັນຢ່າງແໜ້ນແຟ້ນລະຫວ່າງສອງຝ່າຍ ເພື່ອສ້າງລະບົບການສະໜອງໃໝ່ ທີ່ມີລັກສະນະຍຸດທະສາດ ແລະ ສອງຝ່າຍມີທ່າແຮງ, ເພີ່ມທະວີການຮ່ວມມືໃນຂົງເຂດທະເລ, ສິນໃນນ້ຳ ແລະ ບັນດາຂົງເຂດໃໝ່ຄືການຫັນປ່ຽນດີຈີຕອນ, ການຫັນປ່ຽນພະລັງງານແບບຍຸຕິທຳ.

        ເນື່ອງໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ກໍ່ໄດ້ສົ່ງຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ແລະ ທ່ານປະທານປະເທດ ຫວໍວັນເຖືອງ ທີ່ເຊີນ ທ່ານປະທານາທິບໍດີ ອິນໂດເນເຊຍ ໄປຢ້ຽມຢາມ ຫວຽດນາມ ໃນປີນີ້.

ຕອບກັບ

ຂ່າວ/ບົດ​ອື່ນ