ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບຜູ້ຕາງໜ້າ ວິສາຫະກິດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ

(VOVWORLD) -

ຕອນບ່າຍວັນທີ 5 ທັນວາ, ຢູ່ນະຄອນຫຼວງວຽງຈັນ, ໃນຂອບເຂດການເຄື່ອນໄຫວຢ້ຽມຢາມ ສປປ ລາວ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ພົບປະກັບຜູ້ຕາງໜ້າຂອງ 160 ວິສາຫະກິດ ຫວຽດນາມ ຢູ່ລາວ ແລະ ຜູ້ຕາງໜ້າບັນດາສະມາຄົມ, ວົງຄະນະຍາດຊາວ ຫວຽດນາມ ອາໄສຢູ່ລາວ.

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບຜູ້ຕາງໜ້າ ວິສາຫະກິດ ແລະ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ພິທີ

        ທີ່ການພົບປະກັບບັນດາວິສາຫະກິດ ຫວຽດນາມ ຢູ່ລາວ, ທ່ານປະທານ ສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຊີ້ແຈ້ງຫຼາຍຂໍ້ສະເໜີແນະ, ຂໍ້ສະເໜີຂອງ ວິສາຫະກິດ ໃນການພົບປະປີ 2022 ຢູ່ລາວ, ຊຶ່ງໄດ້ຮັບຄວາມເອົາໃຈໃສ່ແກ້ໄຂຈາກ ສະພາແຫ່ງຊາດ, ລັດຖະບານ ຫວຽດນາມ, ລາວ; ບາງໂຄງການໃຫຍ່, ດ້ວຍການລົງທຶນ 3 ຝ່າຍ (ຫວຽດນາມ - ລາວ ແລະ ບາງຄູ່ຮ່ວມມືພັດທະນາ) ສືບຕໍ່ໄດ້ເລີ່ມເຄື່ອນໄຫວ ໂຄງການລ້ຽງງົວນົມຂອງ ວີນາມິວ ສົມທົບກັບ ຍີ່ປຸ່ນ. ບັນດາໂຄງການກ່ຽວກັບ ພະລັງງານທົດແທນ, ໄຟຟ້າແຮງລົມດ້ວຍຂອບຂະ ໜາດໃຫຍ່ກໍ່ໄດ້ຮັບການຊຸກຍູ້ ລົງທຶນ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກ ຄວາມຕັດສິນໃຈຂອງສອງປະເທດ ຫວຽດນາມ - ລາວ ແມ່ນສ້າງບາດກ້າວ ບຸກທະລຸໃນການຄ້າສອງຝ່າຍ:

        “ຄວາມຫວັງອັນໃຫຍ່ຫຼວງຂອງບັນດາວິສາຫະກິດ ກໍ່ຄວາມແມ່ນຄວາມ ມຸ່ງຫວັງ ຂອງສອງລັດຖະບານ, ສອງສະພາແຫ່ງຊາດ ແລະ ປະຊາຊົນສອງ ປະເທດແມ່ນຕ້ອງ ສ້າງບາດກ້າວບຸກທະລຸໃນການພັດທະນາການພົວພັນເສດຖະກິດ, ການຄ້າສອງຝ່າຍ. ປະຈຸບັນ, ການແລກປ່ຽນການຄ້າສອງຝ່າຍ ຫວຽດນາມ - ລາວ ບັນລຸປະມານກ່ວາ 1 ຕື້ໂດລາສະຫະລັດ, ການລົງທຶນປະມານ 5 ຕື້ໂດລາສະຫະລັດ ແຕ່ຍັງມີຫຼາຍ ໂຄງການມີລັກສະນະສ້າງ ກຳລັງໜູນ, ຫຼາຍໂຄງການປະສົບກັບຄວາມຫຍຸ້ງຍາກໃນການ ຜັນຂະຫຍາຍ. ດັ່ງນັ້ນ, ຄວາມຫວັງ ແລະ ການຊີ້ນຳລວມແມ່ນສ້າງບາດກ້າວບຸກທະລຸໃນ ການພົວພັນດ້ານເສດຖະກິດ, ການຄ້າ”.

        ກ່ຽວກັບການຮ່ວມມືສອງຝ່າຍໃນບາງຂົງເຂດລະອຽດ, ທ່ານປະທານສະພາແຫ່ງ ຊາດ ໃຫ້ຮູ້ວ່າ: ສອງຝ່າຍພວມກະກຽມໃຫ້ໂຄງການກ່ຽວຂ້ອງເຖິງທ່າ ກຳ່ປັ່ນທະເລ ຫວູງອ່າງ, ສ້າງເງື່ອນໄຂໃຫ້ຝ່າຍລາວ ເຊື່ອມຕໍ່ກັບທະເລ; ສ້າງທາງລົດໄຟເຊື່ອມຕໍ່ ຈາກລາວ ໄປຮອດ ທ່າກຳ່ປັ່ນ ຫວູງອ່າງ... ກ່ຽວກັບ ຄົມມະນາຄົມ, ທ່ານປະທານສະພາ ແຫ່ງຊາດ ຖືວ່າ ອາດຈະເລືອກ ນະຄອນ ວີງ, ແຂວງ ເງະອານ ແມ່ນສະຖານທີ່ເຊ່ືອມຕໍ່ ກັບເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ວຽງຈັນ, ຜ່ານນັ້ນສ້າງເງື່ອນໄຂເພື່ອເຊື່ອມຕໍ່ ເຂດຕາເວັນອອກ - ຕາເວັນຕົກ, ຊຸກຍູ້ການຂົນສົ່ງການຄ້າ, ການທ່ອງທ່ຽວ.

        ແລະກໍ່ໃນຕອນຄຳ່ວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ໄດ້ພົບປະກັບ ປະຊາຄົມຊາວ ຫວຽດນາມ ອາໄສຢູ່ລາວ. ເນື່ອງໃນໂອກາດນີ້, ທ່ານ ປະທານສະພາ ແຫ່ງຊາດ ເວືອງດິ່ງເຫວະ ໄດ້ມອຍຂອງຂວັນ 100 ພູດໃຫ້ພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ