ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມບັນດາອະດີດການນຳຂັ້ນສູງຂອງ ລາວ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະແດງຄວາມຂອບໃຈຕໍ່ບັນດາການນຳຂັ້ນສູງຂອງ ລາວ ທີ່ໄດ້ມີການອຸທິດສ່ວນຢ່າງໃຫຍ່ຫຼວງໃນການເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນສັດຊື່ບໍລິສຸດ, ຜູດຜ່ອງແບບພິເສດ ຫວຽດນາມ - ລາວ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຢ້ຽມຢາມບັນດາອະດີດການນຳຂັ້ນສູງຂອງ ລາວ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄປຢ້ຽມຢາມທ່ານອະດີດນາຍົກລັດຖະມົນຕີ ທອງສິງ ທຳມະວົງ)

        ໃນຂອບເຂດລາຍການເຂົ້າຮ່ວມກອງປະຊຸມສຸດຍອດສະພາແຫ່ງຊາດ 3 ປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 1 ແລະ ຢ້ຽມຢາມປະເທດ ສປປ.ລາວ, ຕອນບ່າຍວັນທີ 04 ທັນວາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໄປຢ້ຽມຢາມທ່ານອະດີດເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ທ່ານອະດີດນາຍົກລັດຖະມົນຕີ ທອງສິງ ທຳມະວົງ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະແດງຄວາມຂອບໃຈຕໍ່ບັນດາການນຳຂັ້ນສູງຂອງ ລາວ ທີ່ໄດ້ມີການອຸທິດສ່ວນຢ່າງໃຫຍ່ຫຼວງໃນການເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນສັດຊື່ບໍລິສຸດ, ຜູດຜ່ອງແບບພິເສດ ຫວຽດນາມ - ລາວ ແລະ ປາດຖະໜາວ່າ ບັນດາອະດີດການນຳຂັ້ນສູງຂອງ ລາວ ຈະສືບຕໍ່ເອົາໃຈໃສ່, ສະໜັບສະໜູນໃຫ້ແກ່ການພັດທະນາຢ່າງຮອບດ້ານຂອງສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ 2 ປະເທດ.

        ສ່ວນບັນດາອະດີດການນຳ ລາວ ສະເໜີໃຫ້ 2 ຝ່າຍສືບຕໍ່ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນມິດຕະພາບແບບພິເສດ ຫວຽດນາມ - ລາວ; ພ້ອມທັງເນັ້ນໜັກວ່າ ຄວນສືບຕໍ່ເອົາໃຈໃສ່ສຶກສາ ແລະ ໂຄສະນາໃຫ້ແກ່ລຸ້ນໜຸ່ມຂອງ 2 ປະເທດກ່ຽວກັບມູນເຊື້ອຂອງສາຍພົວພັນແບບພິເສດ, ສະໜິດແໜ້ນ, ສັດຊື່ບໍລິສຸດ ລາວ - ຫວຽດນາມ, ຫວຽດນາມ - ລາວ.

ຕອບກັບ

ຂ່າວ/ບົດ​ອື່ນ