ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ລົງຢ້ຽມຢາມອວຍພອນບຸນເຕັດຊາວປະມົງແຂວງ ກວ໋າງບິ່ງ

(VOVWORLD) -ທ່ານປະທານສະພາແຫ່ງຊາດ ໄດ້ມອບຂອງຂວັນບຸນເຕັດ 50 ພູດໃຫ້ຊາວປະມົງ. ທ່ານປະທານສະພາແຫ່ງຊາດ ປາດຖະຫນາຢາກໃຫ້ສະມາພັນອາຊີບຫາປາ ແຂວງ ກວ໋າງບິ່ງ ເສີມຂະຫຍາຍບົດບາດແມ່ນອົງການປົກປ້ອງໃຫ້ຊາວປະມົງທີ່ຫາປາຢູ່ທະເລ.
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ລົງຢ້ຽມຢາມອວຍພອນບຸນເຕັດຊາວປະມົງແຂວງ ກວ໋າງບິ່ງ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ມອບຂອງຂວັນບຸນເຕັດ 50 ພູດໃຫ້ຊາວປະມົງ. (TTXVN/Doãn Tấn)

ຕອນເຊົ້າວັນທີ 8 ມັງກອນ ຢູ່ ແຂວງ ກວ໋າງບິ່ງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດຊາວປະມົງ ຢູ່ຕາແສງ ບ໋າວນິງ ນະຄອນ ດົ່ງເຮີຍ ແລະ ຢ້ຽມຢາມຄອບຄົວໃນເປົ້າໝາຍນະໂຍບາຍ, ຜູ້ທຸກຍາກ, ກຳມະກອນ, ຄົນງານທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ເມືອງ ກວ໋າງນິງ.

ທ່ານປະທານສະພາແຫ່ງຊາດ ໄດ້ມອບຂອງຂວັນບຸນເຕັດ 50 ພູດໃຫ້ຊາວປະມົງ. ທ່ານປະທານສະພາແຫ່ງຊາດ ປາດຖະຫນາຢາກໃຫ້ສະມາພັນອາຊີບຫາປາ ແຂວງ ກວ໋າງບິ່ງ ເສີມຂະຫຍາຍບົດບາດແມ່ນອົງການປົກປ້ອງໃຫ້ຊາວປະມົງທີ່ຫາປາຢູ່ທະເລ.

ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ແລະ ຄະນະປະຕິບັດງານ ໄດ້ລົງຢື້ຢາມຖາມຂ່າວ, ອວຍພອນບຸນເຕັດ, ມອບຂອງຂວັນໃຫ້ຄອບຄົວໃນເປົ້າໝາຍນະໂຍບາຍ, ຜູ້ທຸກຍາກ, ກຳມະກອນ ຄົນງານ ທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ເມືອງ ກວ໋າງນິງ. ນະທີ່ນີ້ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ສະເຫນີແຂວງ ກວ໋າງບິ່ງ ເມືອງ ກວ໋າງນິງ ສືບຕໍ່ເອົາໃຈໃສ່ຫນູນຊ່ວຍຊີວິດການເປັນຢູ່ຂອງຜູ້ມີຄຸນງາມຄວາມດີ, ຄອບຄົວໃນເປົ້າໝາຍນະໂຍບາຍ ແລະ ກຸ່ມຄົນທຸກຍາກ.

ຕອບກັບ

ຂ່າວ/ບົດ​ອື່ນ