ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ: ຮ່າຕິ້ງ ຄວນຫັນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃຫ້ກາຍເປັນກຳລັງຫນູນພັດທະນາ

(VOVWORLD) -ຕອນເຊົ້າວັນທີ 28 ພຶດສະພາ ຢູ່ ແຂວງ ຮ່າຕິ້ງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວະ ໄດ້ເຂົ້າຮ່ວມກອງປະຊຸມປະກາດການວາງແຜນຜັງໄລຍະ 2021 – 2023, ວິໄສທັດຮອດປີ 2050 ແລະ ສົ່ງເສີມການຄ້າເຂົ້າແຂວງ ຮ່າຕິ້ງ.

ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ: ຮ່າຕິ້ງ ຄວນຫັນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບໃຫ້ກາຍເປັນກຳລັງຫນູນພັດທະນາ - ảnh 1ປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວະ ກ່າວຄຳເຫັນທີ່ກອງປະຊຸມ. ພາບ:quochoi

ດ້ວຍຫົວຂໍ້ “ຮ່າຕິ້ງ ຫັນຄວາມສາມາດບົ່ມຊ້ອນ ແລະ ຄວາມຄາດຫວັງໃຫ້ປະກົດຜົນເປັນຈິງ”, ກອງປະຊຸມ ໄດ້ສະຫນອງຂໍ້ມູນພື້ນຖານກ່ຽວກັບການວາງແຜນຜັງ, ແນະນຳ, ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ, ນະໂຍບາຍບຸລິມະສິດ, ບັນດາໂຄງການໃຫ້ບຸລິມະສິດຂອງແຂວງມາໃຫ້ນັກລົງທຶນ. ກ່າວຄຳເຫັນນະທີ່ນີ້ ທ່ານປະທານສະພາແຫ່ງຊາດ ເນັ້ນຫນັກວ່າ ກອງປະຊຸມແມ່ນເຫດການມີຄວາມໝາຍ, ແມ່ນກຳລັງຫນູນ ມີກຳລັງແຜ່ຂະຫຍາຍກ່ຽວກັບຈິນຕະນາການພັດທະນາ, ກ່ຽວກັບວິໄສທັດ ແລະ ດຶງດູດການລົງທຶນໃນໄລຍະປະຈຸບັນ, ບໍ່ພຽງແຕ່ສະເພາະໃຫ້ແກ່ ຮ່າຕິ້ງ ເທົ່ານັ້ນ ຫາກນັບທັງບັນດາແຂວງ ທາງທິດເຫນືອພາກກາງ, ເຂດແຄມທະເລພາກກາງ.. ເວົ້າລວມ. ທ່ານປະທານສະພາແຫ່ງຊາດ ສະເຫນີ ຮ່າຕິ້ງ ຍູ້ແຮງບຸກທະລຸ ດ້ວຍ 4 ຂະແຫນງຈຸດສຸມ, 3 ຕົວເມືອງໃຈກາງ, 3 ແລວເສດຖະກິດ. ທ່ານໄດ້ ເນັ້ນຫນັກວ່າ ຮ່າຕິ້ງ ຄວນຫັນຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບເປັນກຳລັງຫນູນພັດທະນາ. ແຂວງ ຄວນປະກາດ, ວາງສະແດງຂໍ້ມູນການວາງແຜນຜັງໃຫ້ກວ້າງຂວາງ, ສ້າງຕັ້ງສູນຂໍ້ມູນເພື່ອໂຄສະນາ, ແນະນຳການວາງແຜນຜັງ, ດຶງດູດບັນດານັກລົງທຶນ, ດຳເນີນທຸລະກິດ; ເພີ່ມທະວີການຄຸ້ມຄອງ, ຕິດຕາມການປະຕິບັດການວາງແຜນຜັງ. ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈີນຮົ່ງຮ່າ ໄດ້ມອບຂໍ້ຕົກລົງວາງແຜນຜັງແຂວງໄລຍະ 2021- 2030, ວິໄສທັດຮອດປີ 2050 ໃຫ້ແກ່ການນຳແຂວງຮ່າຕິ້ງ.

ຕອບກັບ

ຂ່າວ/ບົດ​ອື່ນ