ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ເດີນ​ທາງ​ໄປ​ຢ້ຽມ​ຢາມ Bangladesh ແລະ Bulgaria

(VOVWORLD) - ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະແມ່ນເພື່ອແນໃສ່ປະຕິບັດແນວທາງການທູດເອກະລາດ, ເປັນເຈົ້າຕອນເອງ, ຫຼາຍຮູບຫຼາຍແບບ, ຫັນການພົວພັນທາງການທູດຂອງພັກ ແລະ ລັດ ເປັນຫຼາຍຝ່າຍ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ເດີນ​ທາງ​ໄປ​ຢ້ຽມ​ຢາມ Bangladesh  ແລະ Bulgaria - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານປະທານສະພາແຫ່ງຊາດ Bangladesh  Shirin Chaudhury ແລະ ທ່ານປະທານສະພາແຫ່ງຊາດ ສາທາລະນະລັດ Bulgaria Rosen Zhelyazkov, ຕອນເຊົ້າວັນທີ 21 ກັນຍາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ, ເດີນທາງອອກຈາກຮ່າໂນ້ຍ ໄປຢ້ຽມຢາມ Bangladesh  ແລະ Bulgaria ຢ່າງເປັນທາງການ ໃນລະຫວ່າງວັນທີ 21 – 26 ກັນຍາ. ການຢ້ຽມຢາມຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະແມ່ນເພື່ອແນໃສ່ປະຕິບັດແນວທາງການທູດເອກະລາດ, ເປັນເຈົ້າຕອນເອງ, ຫຼາຍຮູບຫຼາຍແບບ, ຫັນການພົວພັນທາງການທູດຂອງພັກ ແລະ ລັດ ເປັນຫຼາຍຝ່າຍ, ຊຸກຍູ້ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດ ຫວຽດນາມ ແລະ ສະພາແຫ່ງຊາດ ບັນດາປະເທດດ ສືບຕໍ່ຊຸກຍູ້ການພົວພັນມິດຕະພາບ ຫວຽດນາມ - Bangladesh,ຢັ້ງຢືນການຖືເປັນສຳຄັນຂອງ ຫວຽດນາມ ຕໍ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ ກັບ Bulgaria.

ຕອບກັບ

ຂ່າວ/ບົດ​ອື່ນ