ທ່ານ​ປະ​ທານສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ເປັນ​ປະ​ທານກອ​ງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ ໂຄງ​ການ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ​ປີ 2024

(VOVWORLD) - ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບເຊິ່ງໜ້າ ສົມທົບກັບທາງໄກ ເຊື່ອມຕໍ່ກັບ 62 ແຂວງ, ນະຄອນ ຂຶ້ນກັບສູນກາງ.
ທ່ານ​ປະ​ທານສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ເປັນ​ປະ​ທານກອ​ງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດ ໂຄງ​ການ​ຕິດ​ຕາມກວດ​ກາ​ຂອງ​ສະ​ພາ​ແຫ່ງ​ຊາດ​ປີ 2024 - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເປັນປະທານກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 17 ພະຈິກ, ຢູ່ຫໍສະພາແຫ່ງຊາດ ຫວຽດນາມ, ຄະນະປະຈຳສະພາແຫ່ງຊາດ ໄດ້ຈັດກອງປະຊຸມທົ່ວປະເທດ ຜັນຂະຫຍາຍໂຄງການຕິດຕາມກວດກາປີ 2024. ກອງປະຊຸມໄດ້ຈັດຂຶ້ນຕາມຮູບແບບເຊິ່ງໜ້າ ສົມທົບກັບທາງໄກ ເຊື່ອມຕໍ່ກັບ 62 ແຂວງ, ນະຄອນ ຂຶ້ນກັບສູນກາງ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເປັນປະທານກອງປະຊຸມ. ທີ່ກອງປະຊຸມ, ນອກຈາກການຕີລາຄາບັນດາໝາກຜົນທີ່ບັນລຸໄດ້, ບັນດາບົດຮຽນປະສົບການທີ່ດີ ໃນວຽກງານການຕິດຕາມກວດກາຂອງສະພາແຫ່ງຊາດແລ້ວ, ຄະນະປະຈຳສະພາແຫ່ງຊາດ, ບັນດາອົງການຂອງສະພາແຫ່ງຊາດ, ບັນດາຄະນະສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາແຫ່ງຊາດ ໃນປີ 2023 ຍັງຕ້ອງເຮັດແຈ້ງບັນດາຂໍ້ຄົງຄ້າງ, ຈຳກັດ, ຄວາມຫຍຸ້ງຍາກ, ສິ່ງຕິດຂັດ ແລະ ເຫດຜົນ, ໂດຍສະເພາະແມ່ນເຫດຜົນພາວະວິໄສໃນການເຄື່ອນໄຫວຕິດຕາມກວດກາ. ພ້ອມດຽວກັນນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ກໍແລກປ່ຽນ, ເປັນເອກະພາບກ່ຽວກັບຄວາມຮັບຮູ້, ເນື້ອໃນ, ວຽກງານການສົມທົບ, ບັນດາມາດຕະການຈັດຕັ້ງຜັນຂະຫຍາຍປະຕິບັດບັນດາການເຄື່ອນໄຫວຕິດຕາມກວດກາຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດໃນປີໜ້າຢ່າງມີປະສິດທິຜົນ, ປະກອບສ່ວນນຳນະໂຍບາຍ, ກົດໝາຍເຂົ້າສູ່ຊີວິດຢ່າງແທ້ຈິງ, ຮັບປະກັນໃຫ້ມີປະສິດທິພາບສູງ, ຕອບສະໜອງຄວາມມຸ່ງມາດປາດຖະໜາຂອງປະຊາຊົນ ແລະ ຜູ້ມີສິດເລືອກຕັ້ງໃນທົ່ວປະເທດ.


ຕອບກັບ

ຂ່າວ/ບົດ​ອື່ນ