ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມ ອັກຊັງຕິນ ຢ່າງເປັນທາງການ

(VOVWORLD) - ທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ຢູ່ ສະໜາມບິນ, ຝ່າຍ ອັກຊັງຕິນ ມີທ່ານນາງ Cecilia Todesca, ຮອງລັດຖະມົນຕີການຕ່າງປະເທດ...
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເລີ່ມຕົ້ນການຢ້ຽມຢາມ ອັກຊັງຕິນ ຢ່າງເປັນທາງການ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ
(ພາບປະກອບຈາກ VOV)

ຕອນບ່າຍວັນທີ 23 ເມສາ (ຕາມເວລາທ້ອງຖິ່ນ), ພາຍຫຼັງສິ້ນສຸດການຢ້ຽມຢາມ ກຸຍບາ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຮອດສະໜາມບິນສາກົນ Ministro Pistarini, ນະຄອນຫຼວງ Buenos Aires, ເລີ່ມຕົ້ນການຢ້ຽມຢາມ ອັກຊັງຕິນ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານນາງ Cecilia Moreau, ປະທານສະພາຕ່ຳ ອັກຊັງຕິນ, ແຕ່ວັນທີ 23 – 26 ເມສາ.

       ທີ່ການຕ້ອນຮັບທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງ ສະພາແຫ່ງຊາດ ຫວຽດນາມ ຢູ່ ສະໜາມບິນ, ຝ່າຍ ອັກຊັງຕິນ ມີທ່ານນາງ Cecilia Todesca, ຮອງລັດຖະມົນຕີການຕ່າງປະເທດ, ທ່ານນາງ Maria Rosa Martinez, ປະທານກຸ່ມສະມາຊິກລັດຖະສະພາມິດຕະພາບ ອັກຊິງຕິນ - ຫວຽດນາມ; ສ່ວຍຝ່າຍ ຫວຽດນາມ ມີທ່ານ ເຢືອງກວັກແທັງ, ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ອັກຊັງຕິນ.

        ຄາດວ່າ, ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະມີການພົບປະ, ໂອ້ລົມເຈລະຈາ ສອງຝ່າຍກັບການນຳຂັ້ນສູງຂອງ ອັກຊັງຕິນ; ເຂົ້າຮ່ວມເວທີປາໄສວິສາຫະກິດ; ເຂົ້າຮ່ວມລາຍການເຄື່ອນໄຫວການເມືອງ ສະແດງສິລະປະສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ອັກຊັງຕິນ (25 ຕຸລາ 1973 – 25 ຕຸລາ 2023); ພົບປະ ແລະ ໂອ້ລົມກັບພະນັກງານສະຖານທູດ, ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອັກຊັງຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ