ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຮັດວຽກກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ

(VOVWORLD) -ໃນໄລຍະຈະມາເຖິງ, ທາງກະຊວງຕ້ອງມີສະຕິຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມໝາຍ, ທີ່ຕັ້ງ, ບົດບາດ ແລະ ຄວາມສຳຄັນຂອງວັດທະນະທຳ ຕໍ່ການພັດທະນາແບບຍືນຍົງຂອງປະເທດຊາດ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ເຮັດວຽກກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ   ກ່າວຄຳເຫັນທີ່ການເຮັດວຽກ)

        ຕອນເຊົ້າວັນທີ 31 ມີນາ, ຢູ່ ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເຮັດວຽກກັບກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ຮູ້ວ່າ, ໃນໄລຍະຈະມາເຖິງ, ທາງກະຊວງຕ້ອງມີສະຕິຮັບຮູ້ຢ່າງເລິກເຊິ່ງກ່ຽວກັບຄວາມໝາຍ, ທີ່ຕັ້ງ, ບົດບາດ ແລະ ຄວາມສຳຄັນຂອງວັດທະນະທຳ ຕໍ່ການພັດທະນາແບບຍືນຍົງຂອງປະເທດຊາດ; ສືບຕໍ່ໂຄສະນາ, ຈັດການປະຕິບັດບັນດາໜ້າທີ່ພັດທະນາວັດທະນະທຳ, ຊາວ ຫວຽດນາມ ໃຫ້ບັນລຸປະສິດທິຜົນ. ທາງກະຊວງກໍ່ຕ້ອງຄົ້ນຄວ້າບົດກ່າວຄຳເຫັນຊີ້ນຳຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ທີ່ກອງປະຊຸມວັດທະນະທຳທົ່ວປະເທດເດືອນ ພະຈິກ 2022. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ, ໃຫ້ຮູ້ວ່າ:

“ຕ້ອງສືບຕໍ່ຄົ້ນຄວ້າໂດຍອີງໃສ່ທິດສະດີຕົວຈິງກ່ຽວກັບການສະເໜີປະກາດໃຊ້ກົດໝາຍສະເພາະຂະແໜງບາງສະບັບໃຫ້ແກ່ໄລຍະຈະມາເຖິງນີ້, ຄື: ກົດໝາຍວ່າດ້ວຍວິຈິດສິນ, ກົດໝາຍວ່າດ້ວຍການຖ່າຍພາບ, ກົດໝາຍວ່າດ້ວຍການອຸປະຖຳ, ການມອບ, ກົດໝາຍວ່າດ້ວຍລິຂະສິດຜູ້ປະພັນ ເຊິ່ງສາມາດຄົ້ນຄວ້າແຍກເອົາຈາກກົດໝາຍວ່າດ້ວຍຊັບສິນທາງປັນຍາ. ບັນດາສະຖາບັນ ແລະ ກະຊວງຕ້ອງປະຕິບັດການຄົ້ນຄວ້າໃຫ້ລະອຽດ. ຫົວຂໍ້ວິທະຍາສາດຄວນສຸມໃສ່ບັນດາຂົງເຂດນີ້ໃຫ້ມີລັກສະນະແທດຈິງ”.

        ທ່ານປະທານສະພາແຫ່ງຊາດ ສະເໜີໃຫ້ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ເປັນເຈົ້າການໃຫ້ຄຳປຶກສາ, ສະເໜີຕໍ່ລັດຖະບານ, ສະພາແຫ່ງຊາດກ່ຽວກັບບັນດາບັນຫາຮີບດ່ວນ, ເປັນເອກະລັກສະເພາະ ເພື່ອໃຫ້ມີກົນໄກ, ມາດຕະການແກ້ໄຂສະເພາະ ເພື່ອໜູນຊ່ວຍ, ແກ້ໄຂຄວາມຫຍຸ້ງຍາກ, ພັດທະນາຢ່າງຮອບດ້ານ.

ຕອບກັບ

ຂ່າວ/ບົດ​ອື່ນ