ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ໂອ້ລົມທາງໄກກັບປະທານສະພາສູງ ກຳປູເຈຍ

(VOVWORLD) - 2 ຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືມິດຕະພາບທີ່ເປັນມູນເຊື້ອໃນຊ່ອງທາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ການພົວພັນແລກປ່ຽນປະຊາຊົນ.
ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ໂອ້ລົມທາງໄກກັບປະທານສະພາສູງ ກຳປູເຈຍ - ảnh 1(ທີ່ການໂອ້ລົມທາງໄກ)

        ຕອນບ່າຍວັນທີ 05 ເມສາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິງເຫວະ ໄດ້ໂອ້ລົມທາງໄກກັບທ່ານ Samdech Techo Hun Sen, ປະທານພັກປະຊາຊົນ ກຳປູເຈຍ (CPP), ປະທານສະພາໃຫ້ຄຳປຶກສາສູງສຸດຂອງລາຊະອານາຈັກ ກຳປູເຈຍ, ປະທານສະພາສູງ ກຳປູເຈຍ.

        ທີ່ການໂອ້ລົມທາງໄກ, 2 ຝ່າຍເຫັນດີສືບຕໍ່ເພີ່ມທະວີການຮ່ວມມືມິດຕະພາບທີ່ເປັນມູນເຊື້ອໃນຊ່ອງທາງພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ການພົວພັນແລກປ່ຽນປະຊາຊົນ. 2 ຝ່າຍສືບຕໍ່ຮັກສາການຮ່ວມມືເຂດຊາຍແດນຂອງ 2 ປະເທດໃຫ້ກາຍເປັນເຂດສັນຕິພາບ ແລະ ພັດທະນາ. ການນຳ 2 ທ່ານເຫັນດີສົມທົບກັນຢ່າງແໜ້ນແຟ້ນ, ໜູນຊ່ວຍ ລາວ ຮັບດຳລົງຕຳແໜ່ງປະທານ ອາຊຽນ, ປະທານ AIPA 2024 ໃຫ້ສຳເລັດ ແລະ ເພີ່ມທະວີການປັບປຸງຄວາມສາມັກຄີລະຫວ່າງບັນດາປະເທດ ອາຊຽນ.

        ທ່ານປະທານສະພາແຫ່ງຊາດ ເວືອງດິງເຫວະ ປາດຖະໜາວ່າ, ໃນຖານະເປັນປະທານສະພາສູງ, ທ່ານ Hun Sen ສືບຕໍ່ຊີ້ນຳບັນດາກຳມາທິການຂອງສະພາສູງ ກຳປູເຈຍ ສົມທົບກັນເປັນຢ່າງດີກັບກຳມາທິການສະພາແຫ່ງຊາດ ຫວຽດນາມ; ສືບຕໍ່ສະໜັບສະໜູນກ່ຽວກັບຫຼັກໝັ້ນ, ທັດສະນະຂອງກັນສຳລັບບັນດາບັນຫາພາກພື້ນ ແລະ ສາກົນ ທີ່ 2 ປະເທດມີຜົນປະໂຫຍດລວມ ຢູ່ບັນດາເວທີປາໄສລັດຖະສະພາພາກພື້ນ ແລະ ສາກົນ; ຊຸກຍູ້ລັດຖະບານ ກຳປູເຈຍ ເອົາໃຈໃສ່ເຖິງເລື່ອງແກ້ໄຂວຽກງານ ຂີດເສັ້ນປັກຫລັກໝາຍຊາຍແດນທາງບົກລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ