ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Algeria Monder Bouden

(VOVWORLD) - ທີ່ການຕ້ອນຮັບ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ສອງປະເທດຄວນຊຸກຍູ້ການພົວພັນຮ່ວມມືກ່ຽວກັບເສດຖະກິດ, ການຄ້າ, ການລົງທຶນທີ່ສົມກັບການພົວພັນດ້ານການເມືອງ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ Algeria Monder Bouden - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ Algeria Monder Bouden 

ຕອນຄ່ຳວັນທີ 15 ກັນຍາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານສະພາແຫ່ງຊາດ Algeria Monder Bouden ເນື່ອງໃນໂອກາດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ໄດ້ຈັດຂຶ້ນຢູ່ຮ່າໂນ້ຍ.

ທີ່ການຕ້ອນຮັບ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບວ່າ ໃນໄລຍະຈະມາເຖິງ, ສອງປະເທດຄວນຊຸກຍູ້ການພົວພັນຮ່ວມມືກ່ຽວກັບເສດຖະກິດ, ການຄ້າ, ການລົງທຶນທີ່ສົມກັບການພົວພັນດ້ານການເມືອງ, ການທູດທີ່ດີງາມ ແລະ ມີຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງຂອງແຕ່ລະປະເທດ. ທ່ານຮອງປະທານສະພາແຫ່ງຊາດ Algeria Monder Bouden ຢັ້ງຢືນວ່າ Algeria ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່, ເປັນປະຕູເຂົ້າອອກເພື່ອໃຫ້ ຫວຽດນາມ ແຊກຊືມເຂົ້າຕະຫຼາດອາບຟຼິກກາ ແລະ ທ່ານປາດຖະໜາຢາກມີນັກລົງທຶນຫວຽດນາມ ຫຼາຍຄົນມາລົງທຶນຢູ່ Algeria. ສ່ວນທ່ານ ປະທານສະພາແຫ່ງຊາດເວືອງດິ່ງເຫວະ ໄດ້ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະເປັນຂົວເຊື່ອມຕໍ່, ເປັນປະຕູເຂົ້າອອກເພື່ອໃຫ້ Algeria ເຂົ້າຕະຫຼາດ ອາຊຽນ ເຊິ່ງແມ່ນຕະຫຼາດທີ່ມີຄວາມຂະຫຍັນຂັນເຄື່ອນດ້ວຍປະຊາກອນ 650 ລ້ານຄົນ ແລະ ແມ່ນພື້ນຖານເສດຖະກິດໃຫຍ່ອັນດັບທີ 5 ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ