ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຮອດນະຄອນຫຼວງ Sofia, ເລີ່ມຕົ້ນການຢ້ຽມຢາມ ສ.ບຸນກາຣີ ຢ່າງເປັນທາງການ

(VOVWORLD) - ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະດຳເນີນບັນດາການພົບປະເຈລະຈາ, ພົບປະກັບບັນດາການນຳ ບຸນກາຣີ
ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ໄປຮອດນະຄອນຫຼວງ Sofia, ເລີ່ມຕົ້ນການຢ້ຽມຢາມ ສ.ບຸນກາຣີ ຢ່າງເປັນທາງການ - ảnh 1(ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ)

ຕອນບ່າຍວັນທີ 23 ກັນຍາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ໄປຮອດນະຄອນ Sofia, ເລີ່ມຕົ້ນການຢ້ຽມຢາມ ສ.ບຸນກາຣີ ຢ່າງເປັນທາງການ ຕາມຄຳເຊີນຂອງທ່ານປະທານສະພາແຫ່ງຊາດ ສ.ບຸນກາຣີ Rosen Zhelyazkov.

ໃນການຢ້ຽມຢາມຄັ້ງນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະດຳເນີນບັນດາການພົບປະເຈລະຈາ, ພົບປະກັບບັນດາການນຳ ບຸນກາຣີ, ເຂົ້າຮ່ວມເວທີປາໄສນະໂຍບາຍ, ກົດໝາຍເພື່ອແນໃສ່ຊຸກຍູ້ການຮ່ວມມືສອງຝ່າຍລະຫວ່າງ ຫວຽດນາມ ແລະ ບຸນກາຣີ;ມີບົດກ່າວຄຳປາໄສນະໂຍບາຍທີ່ສຳຄັນຢູ່ມະຫາວິທະຍາໄລໂລກເສດຖະກິດ ແລະ ແຫ່ງຊາດ; ຕ້ອນຮັບບັນດາກຸ່ມບໍລິສັດ, ບໍລິສັດໃຫຍ່ຂອງ ບຸນກາຣີ;ພົບປະກັບພະນັກງານ, ພາລະກອນຂອງສະຖານທູດ ຫວຽດນາມ ປະຈຳ ບຸນກາຣີ; ໂອ້ລົມກັບພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດໃນພາກພື້ນ ເອີລົບ.

ຕອບກັບ

ຂ່າວ/ບົດ​ອື່ນ