ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ ພັກແຂວງ ເງະ​ອານ

(VOVWORLD) - ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ທາງແຂວງ ເງະອານ ສຳຫຼວດກວດກາຄືນບັນດານະໂຍບາຍເຊິ່ງກົດໝາຍສະບັບ ໂດຍສະພາແຫ່ງຊາດຫາກໍ່ປະກາດໃຊ້ຈະມີຜົນສັກສິດ, ຄົ້ນຄ້ວາໝູນໃຊ້ບັນດານະໂຍບາຍຢ່າງສຸດຂີດ ເພື່ອມີຄວາມເປັນໄປໄດ້ສູງດ້ວຍເງື່ອນໄຂຂອງທ້ອງຖິ່ນ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ ພັກແຂວງ ເງະ​ອານ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: quochoi.vn)

ຕອນບ່າຍວັນທີ 29 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ເປັນປະທານການເຮັດວຽກລະຫວ່າງ ຄະນະຮັບຜິດຊອບວຽກງານພັກ ສະພາແຫ່ງຊາດ ແລະ ຄະນະປະຈຳພັກແຂວງ ເງະອານກ່ຽວກັບການສ້າງສ້າງຮ່າງມະຕິຂອງ ສະພາແຫ່ງຊາດ ວ່າດ້ວຍການທົດລອງກໍ່ສ້າງບາງກົນໄກ, ນະໂຍບາຍພິເສດ ພັດທະນາແຂວງເງະອານ.

ທີ່ການເຮັດວຽກ, ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ: ເພື່ອປະຕິບັດໄດ້ເປົ້າໝາຍພັດທະນາແຂວງ ເງະອານ ຮອດປີ 2030 ແມ່ນແຂວງພັດທະນາດີພໍສົມຄວນຂອງທົ່ວປະເທດ, ເສດຖະກິດພັດທະນາຢ່າງວ່ອງໄວ ແລະ ຍືນຍົງ, ເຂັ້ມຂຸ້ນໄປດ້ວຍສີສັນວັດທະນະທຳ ຫວຽດນາມ ແລະ ດິນແດນເງະອານ, ວິໄສທັດຮອດປີ 2045, ເງະອານ ແມ່ນແຂວງພັດທະນາຢ່າງວ່ອງໄວ, ຍືນຍົງ, ຮອບດ້ານ, ມີສີວິໄລ ແລະ ທັນສະໄໝ ແມ່ນໜຶ່ງໃນບັນດາກຳລັງໜູນພັດທະນາຂອງເຂດຕອນເໜືອພາກກາງ, ຕ້ອງມີມະຕິສະບັບໃໝ່. ດັ່ງນັ້ນ, ທ່ານປະທານສະພາແຫ່ງຊາດ ຮຽກຮ້ອງໃຫ້ທາງແຂວງ ເງະອານ ສຳຫຼວດກວດກາຄືນບັນດານະໂຍບາຍເຊິ່ງກົດໝາຍສະບັບ ໂດຍສະພາແຫ່ງຊາດຫາກໍ່ປະກາດໃຊ້ຈະມີຜົນສັກສິດ, ຄົ້ນຄ້ວາໝູນໃຊ້ບັນດານະໂຍບາຍຢ່າງສຸດຂີດ ເພື່ອມີຄວາມເປັນໄປໄດ້ສູງດ້ວຍເງື່ອນໄຂຂອງທ້ອງຖິ່ນ.

ຕອບກັບ

ຂ່າວ/ບົດ​ອື່ນ