ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຮັດ​ວຽກ​ກັບ​ບັນ​ດາ​ກຳ​ມາ​ທິ​ການ ເສດ​ຖະ​ກິດ; ການ​ເງິນ, ງົບ​ປະ​ມານ; ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ສິ່ງ​ແວດ​ລ້ອມ ຂອງ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -  ໂດຍສືບຕໍ່ການເຮັດວຽກກັບບັນດາກຳມາທິການ, ຫົວໜ່ວຍຕ່າງໆຂອງສະພາແຫ່ງຊາດ, ຕອນເຊົ້າວັນທີ 07 ສິງຫາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ໄດ້ເປັນປະທານການເຮັດວຽກກັບຜູ້ປະຈຳການກຳມາທິການເສດຖະກິດ; ກຳມາທິການການເງິນ, ງົບປະມານ; ກຳມາທິການວິທະຍາສາດ, ເຕັກໂນໂລຢີ ແລະ ສິ່ງແວດລ້ອມຂອງສະພາແຫ່ງຊາດ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເຮັດ​ວຽກ​ກັບ​ບັນ​ດາ​ກຳ​ມາ​ທິ​ການ ເສດ​ຖະ​ກິດ; ການ​ເງິນ, ງົບ​ປະ​ມານ; ວິ​ທະ​ຍາ​ສາດ, ເຕັກ​ໂນ​ໂລ​ຢີ ແລະ ສິ່ງ​ແວດ​ລ້ອມ ຂອງ​ສະ​ພາ​ແຫ່ງ​ຊາດ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ເປັນປະທານກອງປະຊຸມ (ພາບ: VOV)

ເມື່ອກ່າວຄຳເຫັນຊີ້ນຳວາລະເຮັດວຽກ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ຮັບຮູ້ວ່າ ໃນໄລຍະກວ່າເຄິ່ງອາຍຸການຜ່ານມາ, 3 ກຳມາທິການດັ່ງກ່າວ ໄດ້ມານະພະຍາຍາມປະຕິບັດສຳເລັດຫຼາຍໜ້າທີ່ທີ່ສຳຄັນ, ຕອບສະໜອງຄວາມຄືບໜ້າ ແລະ ຄຸນນະພາບຂອງວຽກງານທີ່ໄດ້ຮັບການມອບໝາຍ ດ້ວຍຫຼາຍເນື້ອໃນທີ່ຍາກ, ສັບສົນ, ວຽກດ່ວນ ຫຼື ເກີດຂຶ້ນໃໝ່ໃນທຸກຂົງເຂດເຄື່ອນໄຫວ.

        ໃນກອງປະຊຸມບັນດາຜູ້ແທນໄດ້ຮັບຟັງ ປະທານກຳມາທິການຕ່າງໆລາຍງານກ່ຽວກັບການເຄື່ອນໄຫວຕ່າງໆຂອງຕົນນັບແຕ່ຕົ້ນອາຍຸການຊຸດທີ XV ມາຮອດປັດຈຸບັນ. ຕາມນັ້ນແລ້ວ, ບັນດາກຳມາທິການໄດ້ຮັບໃຊ້ສະພາແຫ່ງຊາດພິຈາລະນາ, ຕັດສິນຫຼາຍເນື້ອໃນສຳຄັນ, ສົ່ງຜົນກະທົບຢ່າງເລິກເຊິ່ງ, ຮອບດ້ານເຖິງຊີວິດເສດຖະກິດ - ສັງຄົມຂອງປະເທດຊາດ, ເຊັ່ນ: ກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ), ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ), ກົດໝາຍວ່າດ້ວຍການຮັບເໝົາ (ສະບັບປັບປຸງ), ມະຕິວ່າດ້ວຍການວາງແຜນຜັງເຂດທະເລແຫ່ງຊາດ… ໄລ່ຮອດປັດຈຸບັນ, ບັນດາອົງການໄດ້ປະຕິບັດສຳເລັດ 89 ໃນຈຳນວນ 109 ເນື້ອໃນ, ໜ້າທີ່ໃນໂຄງການດຳເນີນງານຂອງຄະນະຮັບຜິດຊອບວຽກງານພັກສະພາແຫ່ງຊາດວາງອອກ, ບັນລຸ 81,7%.

ເລຕວຽດ


ຕອບກັບ

ຂ່າວ/ບົດ​ອື່ນ