ທ່ານປະທານສະພາແຫ່ງຊາດກຳປູເຈຍ Heng Somrin ຢ້ຽມຢາມລາວ

ທ່ານປະທານສະພາແຫ່ງຊາດກຳປູເຈຍ Heng Somrin ຢ້ຽມຢາມລາວ - ảnh 1
ຕາມທ່ານ​ນາງ ປານີ ​ຢາ​ທໍ່​ຕູ້ ຕ້ອນຮັບ
ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ລາ​ຊະ​ອານາຈັກ​ກຳ​ປູ​ເຈຍ
( ພາບ: ທ່ານປະທານສະພາແຫ່ງຊາດກຳປູເຈຍ Heng Somrin ຢ້ຽມຢາມລາວ - ảnh 2ທ່ານປະທານສະພາແຫ່ງຊາດກຳປູເຈຍ Heng Somrin ຢ້ຽມຢາມລາວ - ảnh 3vietnamplus.vn )


( vovworld ) -    ​ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ເຊີນ​ຈາກສະພາ​ແຫ່ງ​ຊາດ​ລາວ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ​ລາ​ຊະ​ອານາຈັກ​ກຳ​ປູ​ເຈຍ ​ໂດຍ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Heng Somrin ນຳ​ໜ້າ, ​ໄປ​ຢ້ຽມຢາມ​ສັນຖະວະ​ໄມຕີ​ລາວ​ແຕ່​ວັນ​ທີ 25 – 30/7. ຕາມທ່ານ​ນາງ ປານີ​ ຢາ​ທໍ່​ຕູ້ ​ແລ້ວ, ການ​ຢ້ຽມຢາມ​ລາວ​ຂອງຄະນະ​ຜູ້​ແທນສະພາ​ແຫ່ງ​ຊາດ​ກຳປູ​ເຈຍ ​ແມ່ນ​ເຫດການສຳຄັນ​ໃນ​ສາຍ​ພົວພັນ​ສອງ​ປະ​ເທດ. ສ່ວນ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ກຳປູ​ເຈຍ Heng Somrin ​ໄດ້​ຢືນຢັນ​ວ່າ ການ​ຢ້ຽມຢາມ​ຄັ້ງ​ນີ້​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ, ການ​ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ​ລະຫວ່າງ​ສອງ​ປະ​ເທດ​ກວ່າ​ອີກ. ທີ່​ການ​ເຈລະຈາ, ສອງ​ຝ່າຍ​ໄດ້​ແຈ້ງ​ໃຫ້​ກັນຊາບ​ສະພາບ​ການ​ຂອງ​ແຕ່ລະ​ປະ​ເທດ, ​ເລື່ອງ​ຈັດຕັ້ງ​ການ​ປະຕິບັດ​ວຽກ​ງານ​ຂອງສະພາ​ແຫ່ງ​ຊາດ, ປຶກສາ​ຫາລື​ທິດ​ທາງ​ຮ່ວມ​ມື​ລະ​ຫວ່າງ​ສະສະ​ພາ​ແຫ່ງ​ຊາດ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ, ຊຸກຍູ້​ລັດຖະບານ​ສອງ​ປະ​ເທດ​ໃນ​ການ​ປະຕິບັດ​ບັນດາ​ສັນຍາ​ເຊິ່ງສອງ​ຝ່າຍ​ໄດ້​ລົງ​ນາມນຳ​ກັນ, ​ໂດຍ​ສະ​ເພາະ​ແມ່ນ​ແມ່ນ​ວຽກ​ງານ​ປັກ​ຫຼັກ​ໝາຍ​ຊາຍ​ແດນ... ສອງ​ຝ່າຍ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ຖືກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມມື​ສອງ​ຝ່າຍ, ​ເຊິ່ງຕາມ​ນັ້ນ​ແລ້ວ, ​ເຫັນ​ດີ​ສ້າງ​ແຜນການ​ຮ່ວມ​ມື​ໃນ​ບັນດາຂົງ​ເຂດ​ເຊິ່ງຕ່າງ​ຝ່າຍ​ຕ່າງ​ມີຜົນ​ປະ​​ໂຫຍ​ດ, ​ເຫັນ​ດີ​ເປັນ​ເອກະ​ພາບ​ເນື້ອ​​ໃນ​ການ​ຮ່ວມ​ມື​ຈະ​ໄດ້​ຮັບ​ການດຳ​ນົດ​ໃນ​ແຕ່ລະ​ປີ, ພິ​ເສດ​ແມ່ນ​ການ​ແລກປ່ຽນ​ຄະນະ​ຜູ້​ແທນຂັ້ງ​ສູງ​ຂອງສະພາ​ແຫ່ງ​ຊາດ ​ເພື່ອ​ແນ​ໃສ່​ຄົ້ນ​ຄວ້າສະພາບ​ຕົວ​ຈິງ ​ແລະ ​ແລ​ກປ່ຽນ​ບົດຮຽນ, ຂໍ້​ມູນ​ຂ່າ​ວສານ ​ແລະ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ, ​ແລກປ່ຽນ​ວັດທະນະທຳ, ​ກິລາ.

ຂ່າວ/ບົດ​ອື່ນ