ທ່ານປະທານສະພາແຫ່ງຊາດຫງວຽນຊີງຮຸ່ງຕ້ອນຮັບກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຝລັ່ງ-ຫວຽດນາມ

(vovworld)- ຕອນ​ບ່າຍ​ວັນ​ທີ 11/9 ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຕ້ອນຮັບ​ກຸ່ມ​ສະມາຊິກ​ສະພາ​ແຫ່ງ​ຊາດ ຝລັ່ງ- ຫວຽດນາມ ຂອງ​ສະພາ​ສູງ ຝະລັ່ງ ​ໂດຍ​ທ່ານ Christian Poncelet, ອະດີດ​ປະທານ​ສະພາ​ສູງ ຝລັ່ງ, ປະທານ​ກຸ່ມ​ດັ່ງກ່າວ​ເປັນ​ຫົວຫນ້າ​ຄະນະ ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ​ເນັ້ນ​ຫນັກ​ວ່າ: ຫວຽດນາມ ​ແລະ ຝລັ່ງ ມີ​ການ​ພົວພັນ​ສະ​ຫນິດ​ແຫນ້ນ​ກ່ຽວ​ກັບ​ປະຫວັດສາດ ວັດທະນະທຳມາ​ແຕ່​ດົນ​ນານ, ປະຊາຊົນ​ສອງ​ປະ​ເທດ​ໄດ້​ສ້າງສາ​ຍພົວພັນ​ມິດຕະພາບ​ການ​ຮ່ວມ​ມື​ຮອບດ້ານ. ​ເພື່ອ​ສະ​ເຫລີ​ມສະຫລອງ 40 ປີ​ແຫ່ງ​ວັນ​ສ້າງສາ​ຍພົວພັນ​ທາງ​ການ​ທູດລະຫວ່າງ​ສອງ​ປະ​ເທດ, ສອງ​ປະ​ເທດ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ດ້ານ​ການ​ເມືອງ​, ວັດທະນະທຳ, ​ເສດຖະກິດ​ຫລາຍ​ຢ່າງ ​​ເນື່ອງ​ໃນ​ໂອກາດ​ປີ ຝລັ່ງ ຫວຽດນາມ 2013 ​ແລະ ປີ​ຫວຽດນາມ ຝລ່ັງ 2014.  ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ຕີ​ລາຄາ​ສູງ​ນະ​ໂຍບາຍ​ຂອງ ຝລັ່ງ ​ໃນ​ການ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ການ​ຮ່ວມ​ມື​ເສດຖະກິດ​ກັບ​ຫວຽດນາມ. ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊີງ​ຮຸ່ງ ສະ​ເຫ​ນີ: ຝລັ່ງ ສະຫນັບສະຫນູນ ​ແລະ ຫນູນ​ຊ່ວຍ​ຫວຽດນາມ ຈັດ​ຕັ້ງ​ປີ​ຫວຽດນາມ ຝລັ່ງ ຢູ່ ຝລັ່ງ​ປີ 2014 ​ສຳ​ເລັດ​ຜົນ ​ແລະ ປາດ​ຖະຫນາ​ຢາກ​ສອງ​ຝ່າຍ​ສືບຕໍ່​ຜັນ​ຂະຫຍາຍ​ໂຄງການ​ຮ່ວມ​ມື​ສ້າງ​ມະຫາວິທະຍາ​ໄລ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຢູ່ ຮ່າ​ໂນ້ຍ ຢ່າງ​ມີ​ປະສິດທິ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ