ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບປະທານສະພາຕຳ່ກາຊັກສະຖານ

ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບປະທານສະພາຕຳ່ກາຊັກສະຖານ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຕ້ອນຮັບ
ປະທານ​ສະພາ​ຕຳ່ກາ​ຊັກ​ສະຖານ)


(vovworld) - ​ໂດຍ​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ສະພາ​ຕຳ່​ກາ​ຊັກ​ສະຖານ ​ໂດຍ​ທ່ານ Zhakupov Kabibolla Kabenovich, ປະທານ​ສະພາ​ຕຳ່​ນຳ​ໜ້າ ​ໄດ້​ມາ​ຮອດ​ຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ​ ຢ່າງ​ເປັນ​ທາງ​ການ ​ແລະ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ ສະຫະພັນ ​ລັດຖະສະພາ​ສາກົນ​ຄັ້ງ​ທີ 132 (IPU-132). ທີ່​ການ​ເຈລະຈາ​ໃນ​ຕອນ​ບ່າຍ​ວັນ​ທີ 29/3, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ, ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ​ຫວຽດນາມ ​ປາດ​ຖະໜາ​ຢາກ​ພ້ອມ​ກັບກາ​ຊັກ​ສະຖານ ນຳ​ການ​ພົວພັນ​ສອງ​ປະ​ເທດ​ກ້າວ​ເຂົ້າ​ສູ່​ລວງ​ເລິກ, ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຊີ້​ແຈ້ງວ່າ, ສະພາ​ແຫ່ງ​ຊາດ​ຫວຽດນາມ ສະໜັບສະໜູນ ​ແລະ ພ້ອມ​ກັບ​ລັດຖະບານ ກໍ່​ຄື​ບັນດາ​ອົງການ​ທີ່​ກ່ຽວຂ້ອງ, ສ້າງ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ກາ​ຊັກ​ສະຖານ​ເຄື່ອນ​ໄຫວ ​ແລະ ພັດທະນາ​ຢູ່​ຫວຽດນາມ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຫວັງ​ວ່າ, ການ​ຢ້ຽມຢາມ​ຫວຽດນາມ​ ຄັ້ງ​ນີ້​ຂອງ​ທ່ານ​ປະທານ​ສະພາ​ຕຳ່​ກາ​ຊັກ​ສະຖານ ຈະ​ເປັນ​ຂີດ​ໝາຍ​ສຳຄັນ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື​ລະຫວ່າງ​ສະພາ​ແຫ່ງ​ຊາດ​ຫວຽດນາມ ​ແລະ ກາ​ຊັກ​ສະຖານ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ບໍ່​ພຽງ​ແຕ່​ແບ່ງປັນ​ບົດຮຽນ​ດ້ານ​ນິຕິບັນ​ຍັດ​ເທ່ົາ​ນັ້ນ, ຫາກ​ຍັງ​ສະໜັບສະໜູນ, ສົມທົບ​ກັນ​ໃນ​ບັນດາ​ເວທີ​ລັດຖະສະພາ​ພາກ​ພື້ນ ​ແລະ ສາກົນ​ອີກ​ດ້ວຍ.

ຂ່າວ/ບົດ​ອື່ນ