ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຢ້ຽມຢາມສະຫະພັນສະວິດຢ່່າງເປັນທາງການ

ທ່ານປະທານສະພາແຫ່ງຊາດຫວຽດນາມ ຫງວຽນຊິງຮຸ່ງ ຢ້ຽມຢາມສະຫະພັນສະວິດຢ່່າງເປັນທາງການ - ảnh 1
ທ່ານປະທານສະພາ ແຫ່ງຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ມາຮອດສະໜາມບິນເຊີແນວປະເທດສະວິດ

(vovworld)-  ຕອນ​ເຊົ້າ​ວັນທີ 18/3, ຕາມເວລາທ້ອງຖິ່ນ, ທ່ານປະທານສະພາ ແຫ່ງຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ພ້ອມ​ດ້ວຍ​ຄະນະ ​ໄດ້​ທຳ​ການ​ຢ້ຽມຢາມ​ສະຫະພັນ​ສະ​ວິດ​ຢ່່າງ​ເປັນທາງ​ການ. ພາຍຫຼັງ​ພິທີ​ຕ້ອນຮັບ​ຢູ່​ນະຄອນຫຼວງ Berne, ທ່ານປະທານສະພາ ແຫ່ງຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ໄດ້ເຈລະຈາ ກັບທ່ານປະທານສະພາຕ່ຳແຫ່ງ ສະຫະພັນ​ສະ​ວິດ Lustenberger. ທີ່​ການ​ເຈລະຈາ, ທ່ານປະທານສະພາ ແຫ່ງຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ຢືນຢັນ​ວ່າ ການ​ຢ້ຽມຢາມ​ຂອງ​ຄະນະ​ຜູ້​ແທນ​ຂັ້ນ​ສູງສະພາ ແຫ່ງຊາດຫວຽດນາມຄັ້ງ​ນີ້ ​ແມ່ນ​ເພື່ອ​ຊຸກ​ຍູ້, ​ເຮັດ​ໃຫ້​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະຫວ່າງ​ 2 ປະ​ເທດ, 2 ອົງການ​ນິຕິບັນຍັດ, ພ້ອມ​ທັງ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຈະ​ເປີດ​ແງ່​ຫວັງ​ຮ່ວມ​ມື​ໃໝ່​ໃນ​ການ​ພົວພັນ 2 ຝ່າຍ ກໍ​ຄື​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ພາກ​ພື້ນ ​ແລະ ສາກົນ.

   ສ່ວນທ່ານປະທານສະພາຕ່ຳແຫ່ງ ສະຫະພັນ​ສະ​ວິດ Lustenberger ຢືນຢັນ​ຈະ​ສົມທົບ​ກັບສະພາ ແຫ່ງຊາດຫວຽດນາມ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ຈົ່ງ​ຕິດຕາມ​ກວດກາ​ການ​ປະຕິບັດ​ບັນດາ​ສັນຍາ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ລະຫວ່າງ​ລັດຖະບານ ​ແລະ ກະຊວງ​ຕ່າງໆ​ຂອງ 2 ປະ​ເທດ. ສະ​ວິດ​ຈະ​ໜູນ​ຊ່ວຍ​ຫວຽດນາມ​ໃນ​ການ​ກໍ່ສ້າງ​ດ້ານ​ເຕັກນິກ, ມອບ​ໂອນ​ເຕັກ​ໂນ​ໂລ​ຢີ, ຊຸກຍູ້​ການ​ຮ່ວມ​ມື​ດ້ານ​ການ​ສຶກສາ ​ແລະ ກໍ່ສ້າງ, ພິ​ເສດ​ແມ່ນ​ການ​ໃຫ້​ບຸລິມະສິດ​ໃນ​ການ​ໜູນ​ຊ່ວຍ​ທຶນ ODA ​ໃຫ້​ແກ່​ຫວຽດນາມ 

ຂ່າວ/ບົດ​ອື່ນ