ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ

(VOVWORLD) -ສອງຝ່າຍເຫັນດີຍູ້ແຮງບັນດາການຢ້ຽມຢາມລະຫວ່າງການນຳສະພາແຫ່ງຊາດ ແລະ ລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດສອງປະເທດ; ເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນປະສົບການລະຫວ່າງສອງອົງການນິຕິບັນຍັດ...
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ພົບປະກັບທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ - ảnh 1ການພົບປະສົນທະນາລະຫວ່າງ ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານນາຍົກລັດຖະມົນຕີ  ສອນໄຊ ສີພັນດອນ ພ້ອມດ້ວຍຜູ້ແທນຂອງສອງຝ່າຍ. ພາບ:VOV

ຕອນບ່າຍວັນທີ  7 ມັງກອນ, ຢູ່ ຫໍສະພາແຫ່ງຊາດ, ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ  ສອນໄຊ ສີພັນດອນ.

ການນຳທັງສອງທ່ານ ໄດ້ຕີລາຄາສູງບັນດາຜົນງານສຳຄັນໃນການພົວພັນຮ່ວມມື ລະຫວ່າງ ຫວຽດນາມ - ລາວ ເວົ້າລວມ ແລະ ການຮ່ວມມືລະຫວ່າງສະພາແຫ່ງຊາດ ສອງປະເທດ ເວົ້າສະເພາະ; ເຫັນດີນຳກັນວ່າ ສອງຝ່າຍຄວນສົມທົບຢ່າງແຫນ້ນແຟ້ນ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງ; ເນັ້ນຫນັກເຖິງຄວາມສຳຄັນຂອງການຍູ້ແຮງການຮ່ວມມືດ້ານການຄ້າ, ການລົງທຶນ, ເພີ່ມທະວີການເຊື່ອມຕໍ່ສອງພື້ນຖານເສດຖະກິດ, ເຊື່ອມຕໍ່ຄົມມະນາຄົມ, ຊຸກຍູ້ດ້ານການສຶກສາ - ບຳລຸງສ້າງ, ວັດທະນະທຳ ແລະ ພົບປະແລກປ່ຽນປະຊາຊົນ.

ກ່ຽວກັບການຮ່ວມມືລະຫວ່າງສອງສະພາແຫ່ງຊາດ, ສອງຝ່າຍເຫັນດີຍູ້ແຮງບັນດາການຢ້ຽມຢາມລະຫວ່າງການນຳສະພາແຫ່ງຊາດ ແລະ ລະຫວ່າງບັນດາກຳມາທິການຂອງສະພາແຫ່ງຊາດສອງປະເທດ; ເພີ່ມທະວີການຮ່ວມມື, ແບ່ງປັນບົດຮຽນປະສົບການລະຫວ່າງສອງອົງການນິຕິບັນຍັດ; ເພີ່ມທະວີການສົມທົບລະຫວ່າງບັນດາກຳມາທິການຂອງສອງສະພາແຫ່ງຊາດໃນການຕິດຕາມກວດກາປະຕິບັດບັນດາຂໍ້ຕົກລົງ, ໂຄງການຮ່ວມມືລະຫວ່າງສອງປະເທດ; ສືບຕໍ່ສົມທົບກັນຈັດຕັ້ງກອງປະຊຸມ, ກອງປະຊຸມສຳມະນາຫົວເລື່ອງສະເພາະລະຫວ່າງບັນດາອົງການກ່ຽວຂ້ອງຂອງສະພາແຫ່ງຊາດສອງປະເທດ.

ສອງຝ່າຍເຫັນດີສະຫນັບສະຫນູນສະພາແຫ່ງຊາດ ສອງປະເທດ ສືບຕໍ່ຮ່ວມມື, ສົມທົບກັນຢ່າງແຫນ້ນແຟ້ນຢູ່ທີ່ບັນດາເວທີປາໄສສາກົນ ແລະ ພາກພື້ນ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ອວຍພອນ ສປປ ລາວ ຮັບດຳລົງຕຳແຫນ່ງປະທານ ອາຊຽນ ໃນປີ 2024 ແລະ AIPA 45 ປີ 2024; ຢືນຢັນ: ຫວຽດນາມ ຈະຫນູນຊ່ວຍຕັ້ງຫນ້າ, ມີປະສິດທິຜົນເພື່ອໃຫ້ ສປປລາວ ຮັບດຳລົງຕຳແຫນ່ງປະທານ ອາຊຽນ ສຳເລັດຜົນໃນປີ 2024, AIPA 45 ແລະ ບັນດາກອງປະຊຸມຂັ້ນສູງອື່ນອີກ.

ຕອບກັບ

ຂ່າວ/ບົດ​ອື່ນ