ທ່ານປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຮອງປະທານສະພາຕ່ຳອັງກິດ


ທ່ານປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບຮອງປະທານສະພາຕ່ຳອັງກິດ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ
​ຕ້ອນ​ຮັບ​ທ່ານ​ນາງ Eleanor Laing ຮອງ​ປະ​ທານ​ສະ​ພາ​ຕ່ຳ ອັງ​ກິດ

(vovworld) - ຕອນ​ບ່າຍ​ວັນ​ທີ 03/10, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກີມ​ເງິນ ໄດ້ໃຫ້​ການ​ຕ້ອນ​ຮັບ​ທ່ານ​ນາງ Eleanor Laing ຮອງ​ປະ​ທານ​ສະ​ພາ​ຕ່ຳ ອັງ​ກິດ. ທີ່​ການ​ຕ້ອນ​ຮັບ​ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ສະ​ເໜີ​ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ຕ່ຳ ອັງ​ກິດ ເອົາ​ໃຈ​ໃສ່, ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ສະ​ພາ 2 ປະ​ເທດ; ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ເພື່ອ​ແບ່ງ​ປັນ​ບົດ​ຮຽນ​ໃນ​ວຽກ​ງານ​ນິ​ຕິ​ບັນ​ຍັດ. ດ້ວຍ​ບົດ​ຮຽນ​ຂອງ​ຕົນ, ຫວັງ​ວ່າ ອັງ​ກິດ ຈະໜູນ​ຊ່ວຍ ຫວຽດ​ນາມ ໃນ​ວິ​ວັດ​​ທະ​ນາການ​ປ່ຽນ​ໃໝ່​ລະ​ບົບ​ກົດ​ໝາຍ ເພື່ອ​ໃຫ້​ເໝາະ​ສົມ​ກັບ​ລັດ​ຖະ​ທຳ​ມະ​ນູນປີ 2013. 2 ປະ​ເທດ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ, ສົມ​ທົບ​ກັ​ນ​ຢ່າງ​ແໜ້ນ​ແຟ້ນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ເພື່ອ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເໜີ​ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ຕ່ຳ ອັງ​ກິດ ຊຸກ​ຍູ້ ເພື່ອ​ໃຫ້ 2 ປະ​ເທດ​ສືບ​ຕໍ່​ພັດ​ທະ​ນາ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງວິ​ສາ​ຫະ​ກິດ 2 ປະ​ເທດ​ກ່​ວາ​ອີກ, ເພີ່ມ​ທະ​ວີ​ການ​ເຄື່ອນ​ໄຫ​ວ​ຮ່ວມ​ມື​ລົງ​ທຶນ, ຊຸກ​ຍູ້​ວິ​ສາ​ຫະ​ກິດ ອັງ​ກິດ ເພີ່ມ​ທະ​ວີ​ການ​ມີ​ໜ້າ​ຢູ່ ຫວຽດ​ນາມ ໃນ​ບັນ​ດ​າ​ຂົງ​ເຂດ ອັງ​ກິດ ມີ​ທ່າ​ແຮງ.

        ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນ​ຮັບ, ທ່ານ​ນາງ​ຮອງ​ປະ​ທານ​ສະ​ພາ​ຕ່ຳ ອັງ​ກິດ Eleanor Laing ປາດ​ຖະ​​ໜາ​ວ່າ: ໃນ​ໄລ​ຍະ​ຈະ​ມາ​ເຖິງ 2 ປະ​ເທດ​ຈະ​ຊຸກ​ຍູ້​ບັນ​ດາ​ການ​ຮ່ວມ​ມື​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ສຶກ​ສາ, ເພາະ​ວ່າ ​ນີ້​ແມ່ນ​ຂົວ​ຕໍ່ ເພື່ອ​ຊຸກ​ຍູ້​ວັດ​ທະ​ນະ​ທຳ​ລະ​ຫວ່າງ 2 ປະ​ເທດ. ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ, ລາ​ຊະ​ອາ​ນາ​ຈັກ ອັງ​ກິດ ໄດ້​ສະ​ແດງ​ທັດ​ສະ​ນະ​ຢ່າງ​ຈະ​ແຈ້ງ​ແມ່ນ ພ້ອມ​ແລ້ວ​ທີ່ຈະ​ສະ​ໜ​ັບ​ສະ​ໜູນ​ຄຳ​ຕັດ​ສິນ​ຂອງ​ສານ​ອະ​ນຸ​ຍາ​ໂຕ​ຕຸ​ລາ​ການ, ບັນ​ດາ​ຝ່າຍ​ຄວນ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ.

ຂ່າວ/ບົດ​ອື່ນ