ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເປັ​ນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ນະ​ໂຍ​ບາຍ​​ປີ​ການ​ເງິນ ແລະ ນະ​ໂຍ​ບາຍ​ເງິນ​ຕາ

(VOVWORLD) -ວັນທີ 15 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ໄດ້ເປັນປະທານການເຮັດວຽກກັບອົງການຮັບຜິດຊອບວຽກງານບໍລິຫານ, ສົມທົບນະໂຍບາຍປີການເງິນ ແລະ ນະໂຍບາຍເງິນຕາໃນສະພາບໂລກລະບາດໂຄວິດ - 19.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເປັ​ນ​ປະ​ທານ​ການ​ເຮັດ​ວຽກ​ກ່ຽວ​ກັບ​ນະ​ໂຍ​ບາຍ​​ປີ​ການ​ເງິນ ແລະ ນະ​ໂຍ​ບາຍ​ເງິນ​ຕາ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: qdnd.vn)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວ້ ເນັ້ນໜັກວ່າ ກອງປະຊຸມຄັ້ງທີ 4 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ປຶກສາຫາລື ແລະ ວາງອອກຫຼາຍລັດຖະນະໂຍບາຍ, ໃນນັ້ນ ມີແຜນນະໂຍບາຍຄົ້ນຄວ້າບໍລິຫານນະໂຍບາຍປີການເງິນ ແລະ ເງິນຕາ ຢ່າງມີໄຫວພິບ, ມີປະສິດທິຜົນ, ສົມທົບ, ດັດປັບ 2 ນະໂຍບາຍດັ່ງກ່າວໃຫ້ມີປະລິມານທີ່, ດັດປັບໃນຈຸດເວລາທີ່ເໝາະສົມ, ສ້າງກຳລັງໜູນເພື່ອຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວາມສົມດຸນໃຫຍ່ຂອງພື້ນຖານເສດຖະກິດ, ຟື້ນຟູການຜະລິດ, ດຳເນີນທຸລະກິດ, ຈໍລະຈອນສິນຄ້າ, ແຮງງານ, ຊຸກຍູ້ການຜະລິດ ແລະ ການບໍລິໂພກພາຍໃນປະເທດ, ຍູ້ແຮງການລົງທຶນ ລວມທັງການລົງທຶນພາກລັດ ແລະ ພາກເອກະຊົນ.

        ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວ້ ຮຽກຮ້ອງໃຫ້ກຳມາທິການຕ່າງໆຂອງສະພາແຫ່ງຊາດ ຈົ່ງຕັ້ງໜ້າສົມທົບກັບບັນດາກະຊວງ, ຂະແໜງການ, ສຳນັກງານອົງການຂອງລັດຖະບານກວດກາຄືນຂົງເຂດທີ່ມີຄວາມບົ່ມຊ້ອນ ເພື່ອສຸມໃສ່ປະຕິບັດນະໂບບາຍປີການເງິນ, ນະໂຍບາຍເງິນຕາ, ຮັບໃຊ້ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງມີປະສິດທິຜົນ, ຮັບປະກັນການໜູນຊ່ວຍສັງຄົມ ແລະ ຟື້ນຟູ, ພັດທະນາເສດຖະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ