ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເວີອງ​ດິນ​ເຮ້ວ ເຮັດ​ວຽກ​ກັບ​ຜູ້​ປະ​ຈຳ​ການ​ບັນ​ດາ​ກຳ​ມາທິ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ

(VOVWORLD) -  ທ່ານປະທານສະພາແຫ່ງຊາດເວີອງດິນເຮ້ວ ຖືວ່າ ສະພາແຫ່ງຊາດຕ້ອງກະກຽມໂດຍໄວ, ບັນດາກຳມະທິການຕ້ອງມີສະຕິຄວາມຮັບຮູ້ ຄຳຮຽກຮ້ອງຂອງສະພາບຕົວຈິງ...
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ເວີອງ​ດິນ​ເຮ້ວ ເຮັດ​ວຽກ​ກັບ​ຜູ້​ປະ​ຈຳ​ການ​ບັນ​ດາ​ກຳ​ມາທິ​ການ​ຂອງ​ສະ​ພາ​ແຫ່ງ​ຊາດ - ảnh 1


(ພາບ:ວຽດຈຸງ)

   ວັນທີ 13 ສິງຫາ, ທ່ານປະທານສະພາແຫ່ງຊາດເວີອງດິນເຮ້ວ ໄດ້ເປັນປະທານໃນການເຮັດວຽກກັບຜູ້ປະຈຳການ ບັນດາກຳມາທິການຂອງສະພາແຫ່ງຊາດຈຳນວນໜຶ່ງ ກ່ຽວກັບການຜັນຂະຫຍາຍການກວດສອບຮ່າງກົດໝາຍ 7 ສະບັບ ຊື່ງລວມມີ: ກົດໝາຍວ່າດ້ວຍການແຂ່ງຂັນ, ມອບລາງວັນ (ສະບັບປັບປຸງ), ກົດໝາຍວ່າດ້ວຍຟິມຮູບເງົາ (ສະບັບປັບປຸງ), ກົດໝາຍວ່າດ້ວຍຕຳຫຼວດເຄື່ອນທີ່,  ກົດໝາຍສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການດຳເນີນຄະດີແຜ່ງ; ກົດໝາຍວ່າດ້ວຍການດຳເນີນທຸລະກິດປະກັນໄພ (ສະບັບປັບປຸງ), ກົດໝາຍ ສະບັບປັບປຸງ, ເພີ່ມເຕີມບັນຊີລາຍຊື່ດັດຊະນີສະຖິຕິແຫ່ງຊາດ ຂອງກົດໝາຍວ່າດ້ວຍສະຖິຕິ ແລະ ກົດໝາຍສະບັບປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍສິດກຳມະສິດທາງພູມປັນຍາ.

   ທ່ານປະທານສະພາແຫ່ງຊາດເວີອງດິນເຮ້ວ ຖືວ່າ ສະພາແຫ່ງຊາດຕ້ອງກະກຽມໂດຍໄວ, ບັນດາກຳມາທິການຕ້ອງມີສະຕິຄວາມຮັບຮູ້ ຄຳຮຽກຮ້ອງຂອງສະພາບຕົວຈິງ, ໄປກົງກັບບັນຫາສະພາບຕົວຈິງໄດ້ວາງອອກ ເພື່ອກວດສອບ, ປະກອບຄຳເຫັນ ພ້ອມກັນສ້າງກົດໝາຍທີ່ມີຄຸນນະພາບ, ແທດຈິງ ເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ