ທ່ານປະທານອົງການໄອຍະການ ປະຊາຊົນນສູງສຸດ ຫວຽດນາມ ເລມິງຈີ໊ ເຂົ້າຢ້ຽມຂ່ຳນັບ ທ່ານເລຂາທິການໃຫຍ່-ປະທານປະເທດ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກ ໃນລະຫວ່າງວັນທີ 7-9 ມັງກອນ ຢູ່ ລາວ, ຕອນບ່າຍວັນທີ 7 ມັງກອນ, ຢູ່ນະຄອນຫຼວງ ວຽງຈັນ, ທ່ານປະທານອົງການໄອຍະການ ປະຊາຊົນສູງສຸດ ຫວຽດນາມ ເລມິງຈີ໊ ແລະ ຄະນະປະຕິບັດງານໄດ້ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່-ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້. 
ທ່ານປະທານອົງການໄອຍະການ ປະຊາຊົນນສູງສຸດ ຫວຽດນາມ ເລມິງຈີ໊ ເຂົ້າຢ້ຽມຂ່ຳນັບ ທ່ານເລຂາທິການໃຫຍ່-ປະທານປະເທດ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ - ảnh 1 ທ່ານປະທານອົງການໄອຍະການ ປະຊາຊົນສູງສຸດ ຫວຽດນາມ ເລມິງຈີ໊ ເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ 

ທີ່ບັນດາການຕ້ອນຮັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ແລະ ທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ກໍລ້ວນແຕ່ຖືວ່າການຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້ຈະປະກອບສ່ວນຊຸກຍູ້ ການພົວພັນຮ່ວມມືລະຫ່ວາງຂະແໜງການໄອຍະການເວົ້າສະເພາະ ແລະ ການພົວພັນຮ່ວມມືລະຫວ່າງສອງປະເທດເວົ້າລວມໃຫ້ດີກ່ວາອີກ.

ສ່ວນທ່ານປະທານອົງການໄອຍະການ ປະຊາຊົນສູງສຸດ ຫວຽດນາມ ເລມິງຈີ໊ ໃຫ້ຮູ້ວ່າເນື່ອງໃນໂອກາດມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ສັນຍາໜູນຊ່ວຍດ້ານຍຸຕິທຳລະຫວ່າງ ລາວ ແລະ ຫວຽດນາມ ຈະໄດ້ເຊັນກັນ ເຊິ່ງເປັນພື້ນຖານເພື່ອຫັນການພົວພັນຮ່ວມມືລະຫ່ວາງຂະແໜງການໄອຍະການສອງປະເທດ ໃຫ້ປະກົດຜົນເປັນຈິງ. ທ່ານ ເລມິງຈີ໊ ຢັ້ງຢືນວ່າພ້ອມແລ້ວທີ່ຈະຮ່ວມມື, ແບ່ງປັນບັນດາບົດຮຽນກັບຂະແໜງການໄອຍະການປະຊາຊົນຂອງ ລາວ

ຕອບກັບ

ຂ່າວ/ບົດ​ອື່ນ