ທ່ານປະທານາທິບໍດີ Donald Trump ກ່າວຫາ ຈີນ ພວມຊອກຫາວິທີແຊກແຊງເຂົ້າການເລືອກຕັ້ງກາງສະໄໝຂອງສະພາແຫ່ງຊາດ ອາເມລິກາ

(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ປະຕິເສດຄຳກ່າວຫານີ້ ແລະ ຢັ້ງຢືນວ່າ ຈີນ ຈະບໍ່ແຊກແຊງເຂົ້າບັນຫາພາຍໃນບໍ່ວ່າຂອງປະເທດໃດ.

ວັນທີ 26 ກັນຍາ, ໃນບົດກ່າວປາໄສຕໍ່ສະມັດຊາໃຫຍ່ ສປຊ, ທ່ານປະທານາທິບໍດີ ອາເມລິກາ Donald Trump ກ່າວຫາ ຈີນ ພວມຊອກຫາວິທີແຊກແຊງເຂົ້າການເລືອກຕັ້ງກາງສະໄໝຂອງສະພາແຫ່ງຊາດ ອາເມລິກາ ໃນວັນທີ 6 ພະຈິກຈະມາເຖິງ. ຕາມທ່ານ Donald Trump ແລ້ວ, ຈີນ ບໍ່ຢາກໃຫ້ພັກສາທາລະນະໄດ້ຮັບໄຊຊະນະຍ້ອນວ່ານະໂຍບາຍການຄ້າປະຈຸບັນຂອງທ່ານ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານປະທານາທິບໍດີ ອາເມລິກາ ບໍ່ຍົກອອກພະຍານຫຼັກຖານໃດໆຕໍ່ຄຳກ່າວຫາຂອງຕົນ.

        ທ່ານລັດຖະມົນຕີການຕ່າງປະເທດ ຈີນ ຫວາງອີ ໄດ້ປະຕິເສດຄຳກ່າວຫານີ້ ແລະ ຢັ້ງຢືນວ່າ ຈີນ ຈະບໍ່ແຊກແຊງເຂົ້າບັນຫາພາຍໃນບໍ່ວ່າຂອງປະເທດໃດ.

        ເຈົ້າໜ້າທີ່ຂັ້ນສູງທ່ານໜຶ່ງໃນອຳນາດການປົກຄອງ ຂອງທ່ານປະທານາທິບໍດີ Donald Trump ກໍ່ກ່າວຫາ ຈີນ ໄດ້ນຳໃຊ້ບັນດາເຄື່ອງມືດ້ານການເງິນ, ເສດຖະກິດ, ການຄ້າ, ການທະຫານ ແລະ ຂໍ້ມູນຂ່າວສານ ເພື່ອກໍ່ຜົນສະທ້ອນເຖິງຫາງສຽງ ອາເມລິກາ ກໍ່ຄືຊຸກຍູ້ຜົນປະໂຫຍດຂອງລັດຖະບານ ແລະ ພັກກອມມູນິດຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ