ທ່ານປະທານາທິບໍດີ Donald Trump ຊົມເຊີຍ “ໄຊຊະນະ” ຂອງທ່ານ Joe Biden

(VOVWORLD) - ຕອນເຊົ້າວັນທີ 04 ມີນາ, ກ່າວຄຳເຫັນຕໍ່ໜ້າບັນດານັກຂ່າວຢູ່ທຳນຽບຂາວ ພາຍຫລັງການເລືອກຕັ້ງວັນ “Super Tuesday”, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ຊົມເຊີຍ “ໄຊຊະນະ” ຂອງທ່ານ Joe Biden ໃນການແຂ່ງຂັນຍາດເອົາບັດສະໜັບສະໜູນ ເພື່ອກາຍເປັນຜູ້ສະໝັກຂອງພັກປະຊາທິປະໄຕເຂົ້າຮ່ວມການແຂ່ງຂັນເລືອກຕັ້ງປະທານາທິບໍດີ ອາເມລິກາ ປີ 2020.
ທ່ານປະທານາທິບໍດີ Donald Trump ຊົມເຊີຍ “ໄຊຊະນະ” ຂອງທ່ານ Joe Biden - ảnh 1 ທ່ານ Joe Biden  (ພາບ: AFP/TTXVN )

        ທ່ານ Joe Biden ໄດ້ຮັບຖືວ່າ ແມ່ນຜູ້ສະໝັກທີ່ມີຫຼັກໝັ້ນເປີດທາງ, ກົງກັນຂ້າມກັບທ່ານ Bernie Sanders ແມ່ນຄູ່ແຂ່ງທີ່ມີແນວຄວາມຄິດອ່ຽງຊ້າຍ. ດ້ວຍໝາກຜົນຂອງວັນ “Super Tuesday”, ຜູ້ສະໝັກ Joe Biden ໄດ້ຮັບການຄາດຄະເນວ່າ ອາດຈະຍາດໄດ້ການສະໜັບສະໜູນຂອງຜູ້ແທນຢ່າງໜ້ອຍສຸດແມ່ນ 317 ທ່ານ. ທ່ານ Joe Biden ໄດ້ຮັບການຕີລາຄາວ່າ ແມ່ນຄູ່ແຂ່ງໃຫຍ່ສຸດຂອງທ່ານປະທານາທິບໍດີ Donald Trump ຍ້ອນອີງໃສ່ປະສົບການດ້ານການເມືອງຢ່າງເລິກເຊິ່ງກ້ວາງຂວາງຂອງຕົນໃນຕະຫລອດ 40 ປີຜ່ານມາ. ບໍ່ພຽງແຕ່ເທົ່ານັ້ນ, ທ່ານ Joe Biden ຍັງໄດ້ຮັບຄວາມນິຍົມຊົມຊອບຈາກບັນດາຜູ້ມີສິດເລືອກຕັ້ງເປັນຊົນຊັ້ນແຮງງານຜິວຂາວ, ເຊິ່ງແມ່ນກຸ່ມຄົນທີ່ຊ່ວຍໃຫ້ທ່ານປະທານາທິບໍດີ Donald Trump ໄດ້ຮັບໄຊຊະນະການເລືອກຕັ້ງໃນປີ 2016.

ຕອບກັບ

ຂ່າວ/ບົດ​ອື່ນ