ທ່ານປະທານາທິບໍດີ Donald Trump ຕົກລົງແກ່ຍາວເວລາ ຖອນກໍາລັງທະຫານ ອາເມລິກາ ອອກຈາກ ຊີຣີ

(VOVWORLD) -ທ່ານປະທານາທິບໍດີ Donald Trump ໄດ້ຕົກລົງເຫັນດີແກ່ຍາວເວລາໃຫ້ກອງທັບ ອາເມລິກາ ເພື່ອທະຍອຍຖອນກໍາລັງອອກຈາກ ຊີຣີ ເປັນເວລາ 04 ເດືອນ ຕື່ມອີກ.

ວັນທີ 31 ທັນວາ 2018, ໜັງສືພິມ The New York Times ໄດ້ຄັດສະເໜີແຫຼ່ງຂ່າວຈາກ ທໍານຽບຂາວ ໂດຍໃຫ້ຮູ້ວ່າ ທ່ານປະທານາທິບໍດີ Donald Trump ໄດ້ຕົກລົງເຫັນດີແກ່ຍາວເວລາໃຫ້ກອງທັບ ອາເມລິກາ ເພື່ອທະຍອຍຖອນກໍາລັງອອກຈາກ ຊີຣີ ເປັນເວລາ 04 ເດືອນ ຕື່ມອີກ.

        ຕາມແຈ້ງການທີ່ລະບຸໃນລັດຖະດໍາລັດສະບັບໜຶ່ງແລ້ວ ກ່ອນໜ້ານັ້ນ, ເລື່ອງ ຖອນນາຍທະຫານ ອາເມລິກາ ຈໍານວນ 2.000 ຄົນ ອອກຈາກ ຊີຣີ ໄດ້ຮັບການວາງແຜນຈະປະຕິບັດໃຫ້ສໍາເລັດພາຍໃນ 30 ວັນ. ວັນທີ 19 ທັນວາ ຜ່ານມາ, ທ່ານປະທານາທິບໍດີ Donald Trump  ໄດ້ແຈ້ງໃຫ້ຊາບວ່າ ທ່ານຕັດສິນຖອນກໍາລັງທະຫານອອກຈາກ ຊີຣີ ດ້ວຍເຫດຜົນແມ່ນໄດ້ປະຕິບັດສໍາເລັດພາລະກໍາຕີເອົາຊະນະ ພວກ IS  ຢູ່ ປະເທດຕາເວັນອອກກາງນີ້ແລ້ວ. ແຈ້ງການດັ່ງກ່າວ ຂອງການນໍາ ອາເມລິກາ ໄດ້ເຮັດໃຫ້ບັນດາປະເທດພັນທະມິດຂອງ ອາເມລິກາ ໃນນັ້ນມີ ອັງກິດ ແລະ ຝລັ່ງ ເກີດຄວາມວິຕົກກັງວົນ ດ້ວຍຄໍາກ່າວເຕືອນວ່າ ການຕໍ່ສູ້ຕ້ານ IS ຢູ່ ຊີຣີ ຍັງບໍ່ທັນສິ້ນສຸດລົງເທື່ອ.

        ໃນວັນດຽວກັນ, ຜ່ານສື່ສັງຄົມອອນລາຍ Twitter, ທ່ານ Donald Trump ໄດ້ປົກປ້ອງຄໍາຕັດສິນ ຖອນທະຫານອອກຈາກ ຊີຣີ ພ້ອມທັງປະກາດວ່າ ອາເມລິກາ ຈະທະຍອຍຖອນກໍາລັງທະຫານກັບເມືອປະເທດ ໃນຂະນະ ທີ່ຍັງຄົງສືບຕໍ່ດໍາເນີນການຕໍ່່ສູ້ຕ້ານພວກ IS.


ຕອບກັບ

ຂ່າວ/ບົດ​ອື່ນ