ທ່ານປະທານາທິບໍດີ Donald Trump ຕີລາຄາສູງບາດກ້າວພັດທະນາໃນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ

(VOVWORLD) -ວັນທີ 17 ກັນຍາ, ທ່ານ ຮ່າກິມງັອກ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມແຫ່ງ  ສສ.ຫວຽດນາມ ປະຈໍາ ອາເມລິກາ ໄດ້ຍື່ນສານແຕ່ງຕັ້ງຂອງທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ ຂຶ້ນເຖິງ ທ່ານປະທານາທິບໍດີອາເມລິກາ Donald Trump. 
ທ່ານປະທານາທິບໍດີ Donald Trump ຕີລາຄາສູງບາດກ້າວພັດທະນາໃນການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ - ảnh 1ທ່ານ ຮ່າກິມງັອກ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມຫວຽດນາມ ປະຈໍາ ອາເມລິກາ ຍື່ນສານແຕ່ງຕັ້ງ ຂຶ້ນເຖິງ ທ່ານປະທານາທິບໍດີອາເມລິກາ Donald Trump 

ທີ່ການຕ້ອນຮັບ ທ່ານ ຮ່າກິມງັອກ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມ ຫວຽດນາມ ທີ່ທໍານຽບຂາວ, ທ່ານປະທານາທິບໍດີ Donald Trump ໄດ້ຕີລາຄາສູງບັນດາບາດກ້າວພັດທະນາການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ. ທ່ານປະທານາທິບໍດີ Donald Trump ກໍໄດ້ສະແດງຄວາມຂອບອົກຂອບໃຈຕໍ່ການຮັບຕ້ອນຢ່າງສົມກຽດ ເຊິ່ງລັດ ແລະ ປະຊາຊົນຫວຽດນາມໄດ້ສະຫງວນໃຫ້ແກ່ທ່ານ ໃນການຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງ ເວທີປາໄສກ່ຽວກັບການຮ່ວມມືດ້ານ ເສດຖະກິດ ອາຊີ - ປາຊີຟິກ (APEC) ເມື່ອເດືອນ ພະຈິກ 2017, ອັນໄດ້ສ້າງຄວາມປະທັບໃຈອັນດີງາມຕໍ່ທ່ານ, ພ້ອມທັງໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງການນໍາ ແລະ ປະຊາຊົນຫວຽດນາມອີກດ້ວຍ.

        ທ່ານ ຮ່າກິມງັອກ ເອກອັກຄະລັດຖະທູດ ຜູ້ມີອໍານາດເຕັມແຫ່ງ  ສສ.ຫວຽດນາມ ກໍໄດ້    ຕີລາຄາສູງການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງຫວຽດນາມ - ອາເມລິກາ ທີ່ພວມພັດທະນາຢ່າງແຮງ ແລະ ຂະຫຍັນຂັນເຄື່ອນກວ່າເວລາໃດໝົດ ຍ້ອນສອງຝ່າຍມີຄວາມເຂົ້າໃຈເຊິ່ງກັນແລະກັນ ແລະ ມີການຮ່ວມມືທີ່ມີປະສິດທິຜົນໃນຫຼາຍຂົງເຂດ, ນັບທັງການພົວພັນສອງຝ່າຍ ກໍຄືບັນດາບັນຫາໃນພາກພື້ນ ແລະ ສາກົນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານເອກອັກຄະລັດຖະທູດ ຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະພ້ອມກັບອາເມລິກາ ເພີ່ມທະວີການຮ່ວມມືຕາມທິດຕ່າງຝ່າຍຕ່າງມີຜົນປະໂຫຍດ,ເພື່ອຜົນປະໂຫຍດຂອງປະຊາຊົນສອງປະເທດ,ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ