ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ມີ​ຄູ່​ແຂ່ງ​ໃຫຍ່ ໃນ​ການ​ແຂ່ງ​ຂັນ​ກາຍ​ເປັນ​ຜູ້​ ສະ​ໝັກ​ເລືອກ​ຕັ້ງ​ທາງ​ການ​ຂອງ​ພັກ​ສາ​ທາ​ລະ​ນະ

(VOVWORLD) -ທ່ານນາງ Haley ໄດ້ຮັບການຕີລາຄາວ່າ ເປັນຄູ່ແຂ່ງໃຫຍ່ຄົນທຳອິດຂອງທ່ານອະດີດປະທານາທິບໍດີ Donald Trump ໃນການແຂ່ງຂັນເປັນຜູ້ອອກສະໝັກເລືອກຕັ້ງທາງການຂອງພັກສາທາລະນະ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Donald Trump ມີ​ຄູ່​ແຂ່ງ​ໃຫຍ່ ໃນ​ການ​ແຂ່ງ​ຂັນ​ກາຍ​ເປັນ​ຜູ້​ ສະ​ໝັກ​ເລືອກ​ຕັ້ງ​ທາງ​ການ​ຂອງ​ພັກ​ສາ​ທາ​ລະ​ນະ - ảnh 1ທ່ານນາງ Nikki Haley  (ພາບ: Getty)

ວັນທີ 14 ກຸມພາ, ທ່ານນາງ Nikki Haley, ເຊື້ອຊາດ ອິນເດຍ, ເຄີຍເປັນເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ, ອະດີດຜູ້ວ່າການລັດ South Carolina ໄດ້ແຈ້ງໃຫ້ຊາບວ່າ ຈະອອກສະໝັກຫາສຽງເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ປີ 2024.  ດ້ວຍຄຳຖະແຫຼງດັ່ງກ່າວ, ທ່ານນາງ Haley ໄດ້ຮັບການຕີລາຄາວ່າ ເປັນຄູ່ແຂ່ງໃຫຍ່ຄົນທຳອິດຂອງທ່ານອະດີດປະທານາທິບໍດີ Donald Trump ໃນການແຂ່ງຂັນເປັນຜູ້ອອກສະໝັກເລືອກຕັ້ງທາງການຂອງພັກສາທາລະນະ.

        ຖ້າຫາກວ່າປະສົບຜົນສຳເລັດໃນການຫາສຽງເລືອກຕັ້ງຄັ້ງນີ້, ທ່ານນາງ Haley ຈະກາຍເປັນຜູ້ສະໝັກເລືອກຕັ້ງເພດຍິງຄົນທຳອິດ ແລະ ເປັນຜູ້ສະໝັກເລືອກຕັ້ງເຊື້ອຊາດ ອາຊີ ຄົນທຳອິດຂອງພັກສາທາລະນະ ເມື່ອອອກສະໝັກຫາສຽງເລືອກຕັ້ງເປັນປະທານາທິບໍດີ ອາເມລິກາ ໃນປີ 2024.

ຟ້າມຮວັນ - ນັກຂ່າວ VOV ປະຈຳ ອາເມລິກາ

ຕອບກັບ

ຂ່າວ/ບົດ​ອື່ນ