ທ່ານປະທານາທິບໍດີ Donald Trump ສືບຕໍ່ເຊີດຊູນະໂຍບາຍ “ປະເທດ ອາເມລິກາ ເໜືອກວ່າປະເທດໃດໝົດ” ຢູ່ ກອງປະຊຸມ ສະມັດຊາໃຫຍ່ ສປຊ ຊຸດທີ 74

(VOVWORLD) -ທ່ານ Donald Trump ສືບຕໍ່ເຊີດຊູນະໂຍບາຍ “ປະເທດ ອາເມລິກາ ເໜືອກວ່າປະເທດໃດໝົດ” ແລະ ຖືວ່າ ອະນາຄົດຈະບໍ່ຂຶ້ນກັບບັນດາປະເທດຕາມລັດທິທົ່ວໂລກ ຫາກຈະແມ່ນຂອງບຸກຄົນທີ່ຮັກຫອມປະເທດຊາດ ແລະ ບັນດາການນໍາທີ່ສະຫຼາດສະຫຼຽວ ເຊິ່ງຍາມໃດກໍຖືຜົນປະໂຫຍດຂອງປະເທດຊາດ ແລະ ຂອງປະຊາຊົນເໜືອກວ່າສິ່ງໃດໝົດ.

  ວັນທີ 24 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ມີບົດກ່າວປາໄສຢູ່ວາລະໄຂສັບປະດາຂັ້ນສູງ ສະມັດຊາໃຫຍ່ ສປຊ ຊຸດທີ 74 ຢູ່ ນິວຢອກ, ປະເທດ ອາເມລິກາ. ທ່ານ Donald Trump ສືບຕໍ່ເຊີດຊູນະໂຍບາຍ “ປະເທດ ອາເມລິກາ ເໜືອກວ່າປະເທດໃດໝົດ” ແລະ ຖືວ່າ ອະນາຄົດຈະບໍ່ຂຶ້ນກັບບັນດາປະເທດຕາມລັດທິທົ່ວໂລກ ຫາກຈະແມ່ນຂອງບຸກຄົນທີ່ຮັກຫອມປະເທດຊາດ ແລະ ບັນດາການນໍາທີ່ສະຫຼາດສະຫຼຽວ ເຊິ່ງຍາມໃດກໍຖືຜົນປະໂຫຍດຂອງປະເທດຊາດ ແລະ ຂອງປະຊາຊົນເໜືອກວ່າສິ່ງໃດໝົດ. ທ່ານ Donald Trump ກໍໄດ້ເຕື້ອງເຖິງບັ້ນເຄື່ອນໄຫວມັກໃຫຍ່ໃຝ່ສູງຂອງ ອາເມລິກາ ເພື່ອແນໃສ່ປະຕິຮູບການຄ້າສາກົນ ແລະ ຕໍາໜິຕິຕຽນປະເທດຈໍານວນໜຶ່ງທີ່ສວຍໃຊ້ລະບົບການຄ້າສາກົນ ເພື່ອຍາດຊິງເອົາວຽກເຮັດງານທໍາຂອງ ປະຊາຊົນ ອາເມລິກາ ແລະ ເຮັດໃຫ້ການຂາດດຸນການຄ້າຂອງ ອາເມລິກາ ເພີ່ມຂຶ້ນ. ເຖິງວ່າ ຕໍາໜິຕິຕຽນ ຈີນ ຢ່າງຮ້າຍແຮງພຽງໃດກໍຕາມ ແຕ່ທ່ານ Donald Trump ຫວັງວ່າ ຈະບັນລຸໄດ້ຂໍ້ຕົກລົງກັບ ຈີນ ເຊິ່ງຕ່າງຝ່າຍຕ່າງມີຜົນປະໂຫຍດ, ເຖິງຢ່າງໃດກໍຕາມ, ທ່ານກໍເນັ້ນໜັກວ່າ ຈະບໍ່ຍອມຮັບຂໍ້ຕົກລົງທີ່ຊົ່ວຮ້າຍສໍາລັບປະຊາຊົນ ອາເມລິກາ.

        ມີບາງບັນຫາໃຫຍ່ສາກົນອື່ນ ເຊິ່ງທ່ານ Donald Trump ກໍໄດ້ເຕື້ອງເຖິງໃນບົດກ່າວປາໄສຂອງຕົນ ນັ້ນແມ່ນ ບັນຫາ ອີຣານ ແລະ ໃຫ້ຮູ້ວ່າ ອາເມລິກາ ໄດ້ຈັດວາງລະດັບລົງໂທດສູງສຸດສໍາລັບ ອີຣານ ແລະ ຖ້າຫາກວ່າ ອີຣານ ສືບຕໍ່ມີການກະທໍານາບຂູ່, ບັນດາຄໍາສັ່ງລົງໂທດຂອງ ອາເມລິກາ ບໍ່ພຽງແຕ່ຈະບໍ່ຖືກຍົກເລິກເທົ່ານັ້ນ ຫາກຍັງຈະເພີ່ມລະດັບການລົງໂທດຂຶ້ນຕື່ມອີກດ້ວຍ.

        ສໍາລັບບັນຫາ ສປປ.ເກົາຫຼີ, ທ່ານປະທານາທິບໍດີ Donald Trump ໃຫ້ຮູ້ວ່າ ອໍານາດການປົກຄອງຂອງທ່ານພວມເດີນຕາມນະໂຍບາຍສັນຕິພາບ ແລະ ການຕ່າງປະເທດກັບ ສປປ.ເກົາຫຼີ.

        ຟ້າມຮວນ, ນັກຂ່າວ VOV ຢູ່ ອາເມລິກາ 

ຕອບກັບ

ຂ່າວ/ບົດ​ອື່ນ