ທ່ານປະທານາທິບໍດີ D.Trump ຢືນຢັນຄຳໝັ້ນສັນຍາຄືນໃໝ່ວ່າ ຈະນຳມາເຊິ່ງບັນດາຂໍ້ຕົກລົງຍຸຕິທຳໃຫ້ ອາເມລິກາ

(VOVWORLD) - ວັນທີ 07 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສືບຕໍ່ໃຫ້ຄຳໝັ້ນສັນຍາວ່າ ຈະນຳມາເຊິ່ງບັນດາຂໍ້ຕົກລົງການຄ້າທີ່ມີຄວາມຍຸຕິທຳໃຫ້ ອາເມລິກາ, ພ້ອມທັງ ຢືນຢັນວ່າ ອາເມລິກາ ພໍ່ພຽງແຕ່ຖືກສັດຕູສວຍໃຊ້ໂອກາດເທົ່ານັ້ນ ເຊິ່ງຍັງນັບທັງບັນດາເພື່ອນມິດອີກດ້ວຍ. 
ທ່ານປະທານາທິບໍດີ D.Trump ຢືນຢັນຄຳໝັ້ນສັນຍາຄືນໃໝ່ວ່າ ຈະນຳມາເຊິ່ງບັນດາຂໍ້ຕົກລົງຍຸຕິທຳໃຫ້ ອາເມລິກາ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump  (ພາບ:AFP/TTXVN)

  ກ່າວຄຳເຫັນທີ່ກອງປະຊຸມຂ່າວຢູ່ທຳນຽບຂາວ, ທ່ານປະທານາທິບໍດີ D.Trump ໃຫ້ຮູ້ວ່າ: ອາເມລິກາ ພວມດຳເນີນການເຈລະຈາຂໍ້ຕົກລົງໃຫຍ່ 7 ສະບັບ. ເຖິງຢ່າງໃດກໍ່ຕາມ, ທ່ານ D.Trump ກໍ່ເຕື້ອງເຖິງແນວຄວາມຄິດແບ່ງແຍກ 2 ພື້ນຖານເສດຖະກິດ ອາເມລິກາ ແລະ ຈີນ, ທ່ານຖືວ່າ ອາເມລິກາ ຈະບໍ່ຖືກຜົນເສຍຫາຍ ຖ້າ 2 ປະເທດບໍ່ແລກປ່ຽນຄ້າຂາຍກັນ. ນອກນັ້ນ, ທ່ານປະທານາທິບໍດີ D.Trump ກໍ່ສືບຕໍ່ຕຳໜິຕິຕຽນອົງການສົນທິສັນຍາອັດລັງຕິກເໜືອ (NATO) mujໄດ້ສວຍໃຊ້ ອາເມລິກາ ທັງດ້ານການຄ້າ ແລະ ການທະຫານ. ທ່ານ D.Trump ຖືວ່າ ອາເມລິກາ ພວມຊຳລະຄ່າໃຊ້ຈ່າຍໃຫ້ NATO ເກືອບທັງໝົດ.

ຕອບກັບ

ຂ່າວ/ບົດ​ອື່ນ