ທ່ານປະທານາທິບໍດີ D.Trump ຢືນຢັນຈະອອກຈາກທຳນຽບຂາວຖ້າຫາກຄະນະຕາງໜ້າຜູ້ມີສິດເລືອກຕັ້ງເລືອກທ່ານ Biden

(VOVWORLD) -ເຖິງຢ່າງໃດກໍ່ຕາມ, ທ່ານ D.Trump ຍັງຢ້ຳຄືນຄຳກ່າວຫາມີການສໍ້ໂກງໃນການເລືອກຕັ້ງ

ທ່ານປະທານາທິບໍດີ D.Trump ຢືນຢັນຈະອອກຈາກທຳນຽບຂາວຖ້າຫາກຄະນະຕາງໜ້າຜູ້ມີສິດເລືອກຕັ້ງເລືອກທ່ານ Biden - ảnh 1 ທ່ານປະທານາທິບໍດີອາເມລິກາ Donald Trump

(ພາບ: APF/TTXVN)

ວັນທີ 26 ພະຈິກ, ກ່າວຄຳເຫັນຕໍ່ວົງການນັກຂ່າວໃນໂອກາດວັນບຸນສົມມະນາຄຸນ, ທ່ານປະທານາທິບໍດີອາເມລິກາ Donald Trump ຢືນຢັນວ່າ, ທ່ານຈະອອກຈາກທຳນຽບຂາວຖ້າຫາກຄະນະຕາງໜ້າມີສິດເລືອກຕັ້ງຢັ້ງຢືນວ່າທ່ານ Joe Biden ໄດ້ຮັບໄຊຊະນະໃນການເລືອກຕັ້ງປະທານາທິບໍດີຜ່ານມາ. ເຖິງຢ່າງໃດກໍ່ຕາມ, ທ່ານ D.Trump ຍັງຢ້ຳຄືນຄຳກ່າວຫາມີການສໍ້ໂກງໃນການເລືອກຕັ້ງ ແລະ ເນັ້ນໜັກວ່າ, ທ່ານຍາກທີ່ຈະຍອມຮັບການຖືກປະລາໄຊໃນສະພາບຄືໃນປະຈຸບັນ, ພ້ອມທັງປະຕິເສດໂດຍໃຫ້ຮູ້ວ່າ ທ່ານຈະເຂົ້າຮ່ວມພິທີສາບານຕົວຮັບດຳລົງຕຳແໜ່ງຂອງທ່ານ Joe Biden ຫຼື ບໍ່.

        ມາຮອດປະຈຸບັນ, ທ່ານ Donald Trump ຍັງບໍ່ທັນຍອມຮັບການປະລາໄຊ ຍ້ອນໄດ້ຖືວ່າ ມີການສໍ້ໂກງບັດເລືອກຕັ້ງ, ເຖິງວ່າ ໃນອາທິດກ່ອນທ່ານໄດ້ເຫັນດີມອບສິດອຳນາດໃຫ້ແກ່ທ່ານ Joe Biden ໄດ້ເລີ່ມປະຕິບັດຢ່າງເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ