ທ່ານປະທານາທິບໍດີ Joe Biden ຈະເປັນປະທານກອງປະຊຸມສຸດຍອດ ອາເມລິກາ - ອາຊຽນ ໃນທ້າຍເດືອນ ມີນາ

(VOVWORLD) -ກອງປະຊຸມນີ້ແມ່ນໂອກາດເພື່ອສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ອາເມລິກາ ທີ່ມີຕໍ່ ອາຊຽນ ກໍຄືການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາເມລິກາ - ອາຊຽນ.
ທ່ານປະທານາທິບໍດີ Joe Biden ຈະເປັນປະທານກອງປະຊຸມສຸດຍອດ ອາເມລິກາ - ອາຊຽນ ໃນທ້າຍເດືອນ ມີນາ - ảnh 1ທ່ານປະທານາທິບໍດີອາເມລິກາ Joe Biden
(ພາບ: Reuters)

ວັນທີ 28 ກຸມພາ, ທຳນຽບຂາວໄດ້ແຈ້ງໃຫ້ຊາບວ່າ ທ່ານປະທານາທິບໍດີອາເມລິກາ Joe Biden ຈະເປັນປະທານກອງປະຊຸມສຸດຍອດ ອາເມລິກາ - ອາຊຽນ ຢູ່ນະຄອນຫຼວງ ວໍຊິງເຕັນ ໃນລະຫວ່າງວັນທີ 28 – 29 ມີນາ. ທ່ານນາງເລຂາທຳນຽບຂາວ Jen Psaki ໃຫ້ຮູ້ວ່າ ກອງປະຊຸມນີ້ແມ່ນໂອກາດເພື່ອສະແດງໃຫ້ເຫັນຄຳໝັ້ນສັນຍາຂອງ ອາເມລິກາ ທີ່ມີຕໍ່ ອາຊຽນ ກໍຄືການສະເຫຼີມສະຫຼອງ 45 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງ ອາເມລິກາ - ອາຊຽນ. ເຫດການດັ່ງກ່າວໄດ້ຈັດຂຶ້ນໃນສະພາບທ່ານປະທານາທິບໍດີ Biden ພວມຊອກຫາວິທີນຳການສ້າງການພົວພັນຢູ່ພາກພື້ນ ມະຫາສະໝຸດປາຊີຟິກ ໃຫ້ກາຍເປັນບຸລິມະສິດນະໂຍບາຍການຕ່າງປະເທດແຖວໜ້າ.

ທ່ານປະທານາທິບໍດີ Biden ເຂົ້າຮ່ວມກອງປະຊຸມສຸດຍອດ ອາເມລິກາ - ອາຊຽນ ໃນເດືອນ ຕຸລາ 2021 ແລະ ໄດ້ປະກາດໜູນຊ່ວຍຈຳນວນເງິນ 100 ລ້ານ USD ເພື່ອຊ່ວຍບັນດາປະເທດ ອາຊຽນ ກ່ຽວກັບດ້ານການແພດ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການສຶກສາ ແລະ ຟື້ນຟູເສດຖະກິດຫຼັງໂລກລະບາດໂຄວິດ-19.

ຕອບກັບ

ຂ່າວ/ບົດ​ອື່ນ