ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ແລະ ​ເຈົ້າ​ຊີ​ວິດ Charles III

(VOVWORLD) - ທ່ານປະທານາທິບໍດີ ອາເມລິກາ ແລະ ເຈົ້າຊີວິດ Charles III ໄດ້ແລກປ່ຽນກ່ຽວກັບບັນດາບັນຫາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອັງ​ກິດ ແລະ ​ເຈົ້າ​ຊີ​ວິດ Charles III - ảnh 1ທ່ານປະທານາທິບໍດີ ອາເມລິກາ Joe Biden ພົບປະກັບທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak (ພາບ: The Guardian)

ວັນທີ 10 ມິຖຸນາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ອັງກິດ Rishi Sunak ໃນ ການຢ້ຽມຢາມປະເທດອັງກິດ. ໃນການເຈລະຈາ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບກອງປະຊຸມສຸດຍອດອົງການສົນທິສັນຍາອັດລັງຕິກເໜືອ (NATO) ຢູ່ ລິດວາ, ການປະທະກັນຢູ່ ຢູແກຼນ, ຖະແຫຼງການອັດລັງຕິກ - ຂໍ້ຕົກລົງ ທີ່ໄດ້ປະກາດໃນເດືອນມິຖຸນາ ເພື່ອແນໃສ່ປັບປຸງການພົວພັນຄວາມໝັ້ນຄົງດ້ານເສດຖະກິດ ແລະ ການຄ້າລະຫວ່າງສອງປະເທດ. ກ່ຽວກັບການຕັດສິນໃຈຂອງ ອາເມລິກາ ໃນການສະໜອງ ລະເບີດພວງໃຫ້ແກ່ ຢູແກຼນ, ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ອັງກິດແມ່ນໜຶ່ງໃນບັນດາປະເທດເຊັ່ນສົນທິສັນຍາກ່ຽວກັບການຫ້າມນຳໃຊ້ລະເບີດພວງ, ແຕ່ການຕັດສິນນຳໃຊ້ອາວຸດຊະນິດນີ້ແມ່ນຂຶ້ນກັບແຕ່ລະປະເທດ.

ໃນຂອບເຂດການຢ້ຽມຢາມ, ທ່ານປະທານາທິບໍດີ Biden ກໍໄດ້ພົບປະກັບເຈົ້າຊີວິດ Charles III ຢູ່ ວັງ Windsor. ທີ່ການພົບປະ, ທ່ານປະທານາທິບໍດີ ອາເມລິກາ ແລະ ເຈົ້າຊີວິດ Charles III ໄດ້ແລກປ່ຽນກ່ຽວກັບບັນດາບັນຫາສິ່ງແວດລ້ອມ ແລະ ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ພົບປະກັບບັນດາຜູ້ແທນເຂົ້າຮ່ວມເວທີປາໄສລະດົມການເງິນ ອາເມລິກາ - ອັງກິດໂດຍ ທ່ານ Grant Shapps ລັດຖະມົນຕີກະຊວງພະລັງງານ ອັງກິດ ແລະ ທ່ານ John Kerry ທູດພິເສດກ່ຽວກັບດິນຟ້າອາກາດຂອງ ປະທານາທິບໍດີ ອາເມລິກາ ເປັນປະທານ ເພື່ອແນໃສ່ສ້າງກອງທຶນຊ່ວຍບັນດາປະເທດທຸກຍາກຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

ຕອບກັບ

ຂ່າວ/ບົດ​ອື່ນ