ທ່ານປະທານາທິບໍດີ Putin ຕີລາຄາສູງການພົວພັນກັບ ຫວຽດນາມ

(VOVWORLD) - ເມື່ອເຕື້ອງເຖິງການພົວພັນລັດເຊຍ - ຫວຽດນາມ, ທ່ານປະທານາທິບໍດີ Putin ຖືວ່າ 2 ປະເທດພວມພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຢ່າງມີປະສິດທິຜົນ ແລະ ຮັກສາບັນດາການພົບປະການເມືອງ ຢ່າງຕັ້ງໜ້າ.

ທ່ານປະທານາທິບໍດີ Putin ຕີລາຄາສູງການພົວພັນກັບ ຫວຽດນາມ - ảnh 1ພິທີຍື່ນສານແຕ່ງຕັ້ງ

ວັນທີ 11 ເມສາ, ທ່ານ ໂງດຶກແມ້ງ, ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສສ ຫວຽດນາມ ປະຈຳ ສະຫະພັນ ລັດເຊຍ ພ້ອມກັບເອກອັກຄະລັດຖະທູດປະເທດອື່ນໆ 16 ທ່ານໄດ້ຍື່ນສານແຕ່ງຕັ້ງຕໍ່ທ່ານປະທານາທິບໍດີ ສະຫະພັນລັດເຊຍ Vladimir Putin.

        ກ່າວຄຳເຫັນທີ່ພິທີຍື່ນສານແຕ່ງຕັ້ງຈາກເອກອັກຄະລັດຖະທູດ 17 ທ່ານຢູ່ ວັງ Kremlin, ທ່ານປະທານາທິບໍດີ Putin ໄດ້ອວຍພອນໃຫ້ບັນດາເອກອັກຄະລັດຖະທູດ ເລີ່ມປະຕິບັດອາຍຸການການທູດ ຢູ່ ລັດເຊຍ ຢ່າງເປັນທາງການ, ພ້ອມທັງຢັ້ງຢືນວ່າ ຝ່າຍ ລັດເຊຍ ພ້ອມແລ້ວທີ່ສະໜັບສະໜູນບັນດາຂໍ້ລິເລີ່ມມີລັກສະນະສ້າງສັນຂອງບັນດາເອກອັກຄະລັດຖະທູດ.

        ເມື່ອເຕື້ອງເຖິງການພົວພັນລັດເຊຍ - ຫວຽດນາມ, ທ່ານປະທານາທິບໍດີ Putin ຖືວ່າ 2 ປະເທດພວມພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຢ່າງມີປະສິດທິຜົນ ແລະ ຮັກສາບັນດາການພົບປະການເມືອງ ຢ່າງຕັ້ງໜ້າ. 2 ປະເທດໄດ້ສົມທົບກັນຢ່າງແໜ້ນແຟ້ນ, ກ່ອນອື່ນໝົດແມ່ນໃນຂອບເຂດບັນດາອົງການຫຼາຍຝ່າຍຢູ່ພາກພື້ນ ອາຊີ - ປາຊີຟິກ. ຫວຽດນາມ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າແຖວໜ້າຂອງ ລັດເຊຍ, 2 ຝ່າຍກໍ່ຮ່ວມມືແໜ້ນແຟ້ນໃນຂົງເຂດການທະຫານ ແລະ ເຕັກນິກການທະຫານ. ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ  - ຍື່ນສານແຕ່ງຕັ້ງ ກ່ຽວກັບການຮ່ວມມືເສດຖະກິດ - ການຄ້າ ແລະ ວິທະຍາສາດເຕັກນິກ ເຄື່ອນໄຫວຢ່າງປະສິດທິຜົນ. ເບິ່ງລວມແລ້ວ, ການພົວພັນ ຮ່ວມມື 2 ຝ່າຍ ລັດເຊຍ - ຫວຽດນາມ ພວມພັດທະນາອັນດີງາມ.

ຕອບກັບ

ຂ່າວ/ບົດ​ອື່ນ