ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin: ລັດ​ເຊຍ ຈະ​ຢຸດ​ການ​ເຂົ້າ​ຮ່ວມ New START

(VOVWORLD) - ທ່ານ Vladimir Putin ຖະແຫຼງວ່າ ຈະຢຸດການເຂົ້າຮ່ວມ New START ໃນສານສະຫະພັນ ທີ່ໄດ້ນຳສະເໜີຕໍ່ສະພາຕ່ຳ ແລະ ສະພາສູງ ລັດເຊຍ ໃນວັນທີ 21 ກຸມພາ ຢູ່ ມົດສະກູ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Vladimir Putin: ລັດ​ເຊຍ ຈະ​ຢຸດ​ການ​ເຂົ້າ​ຮ່ວມ New START - ảnh 1ລູກສອນໄຟນຳວິຖີ Yars RS-24 ຂອງ ລັດເຊຍ ເຂົ້າຮ່ວມການຊ້ອມຮົບ (ພາບ: AFP/TTXVN)

ທ່ານປະທານາທິບໍດີ ລັດເຊຍ ຖະແຫຼງວ່າ ມົດສະກູ ກະກຽມຢຸດເຂົ້າຮ່ວມ ສົນທິສັນຍາຫຼຸດຜ່ອນການນຳໃຊ້ອາວຸດບຸກໂຈມຕີຍຸດທະສາດໃໝ່ (New START) ກັບ ອາເມລິກາ, ແຕ່ບໍ່ຖອນຕົວອອກຈາກສົນທິສັນຍາສະບັບນີ້. ທ່ານປະທານາທິບໍດີ Putin ຢັ້ງຢືນວ່າ ປະເທດນີ້ ຈະບໍ່ເປັນຝ່າຍທຳອິດທີ່ເຊື່ອມຕໍ່ການເຄື່ອນໄຫວທົດລອງນິວເຄຼຍ ຄືນໃໝ່, ແຕ່ວ່າໃນເມື່ອ ອາເມລິກາ ທົດລອງອາວຸດນິວເຄຼຍນັ້ນ  ກະຊວງປ້ອງກັນປະເທດ ລັດເຊຍ ແລະ ບັນດາອົງການທີ່ກ່ຽວຂ້ອງກໍກຽມພ້ອມໃຫ້ແກ່ສິ່ງທີ່ຄ້າຍຄືກັນ.

New START ແມ່ນສົນທິສັນຍາທີ່ມີລັກສະນະຜູກມັດທາງດ້ານນິຕິກຳສຳລັບດຽວທີ່ຍັງເຫຼືອ ກ່ຽວກັບການຄວບຄຸມອາວຸດນິວເຄຼຍ ລະຫວ່າງ ລັດເຊຍ ແລະ ອາເມລິກາ. ສົນທິສັນຍາສະບັບນີ້ໄດ້ລົງນາມໃນປີ 2010 ເພື່ອແນໃສ່ຈຳກັດສາງອາວຸດຂອງ ລັດເຊຍ ແລະ ອາເມລິກາ ຢູ່ໃນລະດັບສູງສຸດ. ໄລ່ມາຮອດປັດຈຸບັນ, ມົດສະກູ ແລະ ວໍຊິງຕັນ ອະນຸຍາດໃຫ້ກັນ ປະຕິບັດການກວດກາບໍ່ເກີນ 20 ຄັ້ງ ຕໍ່ປີ ໃນຂອບເຂດຂອງສົນທິສັນຍາ New START.


ຕອບກັບ

ຂ່າວ/ບົດ​ອື່ນ