ທ່ານ​ປະ​ທາ​ນາ​ທິ​ບໍ​ດີ V.Putin: ການ​ພົວ​ພັນ ລັດ​ເຊຍ - ອາ​ເມ​ລິ​ກາ ຈະ​ບໍ່​ປຽນ​ແປງ

(VOVWORLD) - ທ່ານປະທານາທິບໍດີ Putin ຢັ້ງຢືນວ່າ ລັດເຊຍ ຈະເຮັດວຽກ ກັບປະທານາທິບໍດີ ໂດຍປະຊາຊົນອາເມລິກາ ເລືອກຕັ້ງ
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ V.Putin: ການ​ພົວ​ພັນ ລັດ​ເຊຍ - ອາ​ເມ​ລິ​ກາ ຈະ​ບໍ່​ປຽນ​ແປງ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/ TTXVN)

ວັນທີ 5 ມິຖຸນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖືວ່າ ຈະບໍ່ມີຫຍັງປ່ຽນແປງໃນການພົວພັນ ລັດເຊຍ - ອາເມລິກາ ໂດຍບໍ່ວ່າຕໍ່ຜູ້ໃດຈະຍາດໄດ້ໄຊຊະນະໃນການເລືອກຕັ້ງປະທານາທິບໍດີ ອາເມລິກາ ຈະມາເຖິງ. ໃນການພົບປະກັບບັນດາການນຳ ບັນດາອົງການສື່ມວນຊົນ ລັດເຊຍ ແລະ ສາກົນ ຢູ່ນອກເວທີອາໄສເສດຖະກິດສາກົນ St. Petersburg, ທ່ານປະທານາທິບໍດີ Putin ຢັ້ງຢືນວ່າ ລັດເຊຍ ຈະເຮັດວຽກ ກັບປະທານາທິບໍດີ ໂດຍປະຊາຊົນອາເມລິກາ ເລືອກຕັ້ງ.

ກ່ຽວກັບການພົວພັນ ລະຫວ່າງ ລັດເຊຍ - ຈີນ, ທ່ານປະທານາທິບໍດີ Putin ໃຫ້ຮູ້ວ່າ ຈີນແມ່ນຄູ່ຮ່ວມມືດ້ານການຄ້າ ແລະ ເສດຖະກິດຫຼັກຂອງ ລັດເຊຍ ໃນ15ປີຜ່ານມາ ແລະ ວົງເງິນການຄ້າສອງຝ່າຍປັດຈຸບັນ ສູງກ່ວາຄວາມຄາດຫວັງ. ນອກຈາກນັ້ນ, ສອງປະເທດຍັງມີການຮ່ວມມືໃນຫຼາຍຂົງເຂດຄືເຕັດນິກ - ການທະຫານ.

ກ່ຽວກັບການພົວພັນ ລະຫວ່າງ ລັດເຊຍ - ຍີ່ປຸ່ນ, ທ່ານ Putin ຖືວ່າ ປັດຈຸບັນ ສະພາບການບໍ່ມີຄວາມສະດວກເພື່ອສືບຕໍ່ດຳເນີນການເຈລະຈາກ່ຽວກັບສັນທິສົນຍາສັນຕິພາບລະຫວ່າງສອງປະເທດ, ແຕ່ລັດເຊຍ ເຊື່ອໝັ້ນວ່າອາດຈະເຈລະຈາກັບຍີ່ປຸ່ນ ພາຍຫຼັງ ໂຕກຽວພິຈາລະນາຄືນທັດສະນະກ່ຽວກັບບັນຫາຢູແກຼນ.

ກ່ຽວກັບບັນຫາຢູແກຼນ, ທ່ານປະທານາທບິດີ Putin ຢັ້ງຢືນວ່າ ລັດເຊຍຍາມໃດກໍ່ກຽມພ້ອມການເຈລະຈາແຕ່ນີ້ບໍ່ ແມ່ນຄວາມປາດຖະໜາລວມຂອງບັນດາຝ່າຍ.

ຕອບກັບ

ຂ່າວ/ບົດ​ອື່ນ