ທ່ານປະທານາທິບໍດີ V.Putin: ຖານທີ່ໝັ້ນການທະຫານຂອງລັດເຊຍ ຢູ່ ກຽກກີສະຖານ ແມ່ນປັດໄຈສ້າງສະຖຽນລະພາບທີ່ສໍາຄັນຢູ່ ອາຊີກາງ

(VOVWORLD) -“ຖານທີ່ໝັ້ນການທະຫານຂອງລັດເຊຍ ຢູ່ ກຽກກີສະຖານ ມີີການປະກອບສ່ວນສໍາຄັນເຂົ້າໃນການປັບປຸງຄວາມສາມາດໃນການປ້ອງກັນຂອງປະເທດນີ້... ”

        ວັນທີ 28 ມີນາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ໄດ້ຖະແຫຼງວ່າ ການປະກົດຕົວຂອງກອງທັບ ລັດເຊຍ ຢູ່ ກຽກກີີສະຖານ ແມ່ນການປະກອບສ່ວນສໍາຄັນເຂົ້າໃນການປັບປຸງຄວາມສາມາດໃນການປ້ອງກັນຊາດຂອງປະເທດນີ້, ກໍຄືຮັບປະກັນຄວາມໝັ້ນຄົງຢູ່ພາກພື້ນ ອາຊີກາງເວົ້າລວມ.  ກ່າວຄໍາເຫັນພາຍຫຼັງການພົບປະກັບຄູ່ຕໍາແໜ່ງ Sooronbai Jeenbekov ຢູ່ນະຄອນຫຼວງ Bishkek (ກຽກກີສະຖານ), ທ່ານ Vladimir Putin  ເນັ້ນໜັກວ່າ: “ຖານທີ່ໝັ້ນການທະຫານຂອງລັດເຊຍ ຢູ່ ກຽກກີສະຖານ ມີີການປະກອບສ່ວນສໍາຄັນເຂົ້າໃນການປັບປຸງຄວາມສາມາດໃນການປ້ອງກັນຂອງປະເທດນີ້...  ພ້ອມທັງແມ່ນປັດໄຈສໍາຄັນໃນການສ້າງຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ ອາຊີກາງ”. ຕາມ ທ່ານ Vladimir Putin   ແລ້ວ, ກຽກກີສະຖານ ແມ່ນ ຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈ ແລະ ແມ່ນພັນທະມິດຍຸດທະສາດຂອງ ລັດເຊຍ. ທີ່ການພົບປະ, ການນໍາສອງທ່ານ ໄດ້ເຫັນດີເປັນເອກະພາບປັບປຸງການພົວພັນຮ່ວມມືໃນຂົງເຂດການເມືອງ, ເສດຖະກິດ-ການຄ້າ, ວັດທະນະທໍາ-ການສຶກສາ, ວັດທະນະທໍາມະນຸດ ແລະ ຫຼາຍຂົງເຂດອື່ນອີກ ເຊິ່ງລວມທັງການທະຫານ ແລະ ເຕັກນິກດ້ານການທະຫານ.


ຕອບກັບ

ຂ່າວ/ບົດ​ອື່ນ