ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ Al Assad ຢ້ຽມ​ຢາມ ລັດ​ເຊຍ

(VOVWORLD) -ການນຳສອງປະເທດ ລັດເຊຍ ແລະ ຊີຣີ ກໍໄດ້ປຶກສາຫາລືກ່ຽວກັບບາດກ້າວເດີນຕໍ່ໄປ ເພື່ອຫັນການພົວພັນລະຫວ່າງ ຊີຣີ ແລະ ຕວັກກີ ເປັນປົກກະຕິຄືນໃໝ່, ເຊິ່ງໃນນັ້ນ ລັດເຊຍ ສວມບົດບາດເປັນປະເທດໄກ່ເກ່ຍ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ Al Assad ຢ້ຽມ​ຢາມ ລັດ​ເຊຍ - ảnh 1ທ່ານປະທານາທິບໍດີ ຊີຣີ Bashar al – Assad (ພາບ: AFP/TTXVN)

ວັນທີ 14 ມີນາ, ທ່ານປະທານາທິບໍດີ ຊີຣີ Bashar al – Assad ໄດ້ໄປ ຮອດ ມົດສະກູ, ນະຄອນຫຼວງຂອງປະເທດ ສາທາລະນະລັດ ສະຫະພັນ ລັດເຊຍ ໃນການເດີນທາງໄປຢ້ຽມຢາມປະເທດໜຶ່ງຢູ່ນອກພາກພື້ນ ຕາເວັນອອກກາງ ຄັ້ງທຳອິດຢ່າງເປັນທາງການ ພາຍຫຼັງເຫດແຜ່ນດິນໄຫວຢ່າງໜັກໜ່ວງເກີດຂຶ້ນເມື່ອເດືອນ ກຸມພາ ຜ່ານມາ. ຖະແລງການຂອງວັງ Kremlin ໃຫ້ຮູ້ວ່າ ທ່ານ Bashar al – Assad ມີການພົບປະສົນທະນາກັບທ່ານປະທານາທິບໍດີປະເທດເຈົ້າພາບ Vladimir Putin ເພື່ອແນໃສ່ປຶກສາຫາລືກ່ຽວກັບເນື້ອໃນຮ່ວມມືໃນຂົງເຂດການເມືອງ, ການຄ້າ ແລະ ມະນຸດສະທຳ, “ກໍຄືແງ່ຫວັງແກ້ໄຂສະພາບການລວມຢູ່ພາຍໃນປະເທດ ແລະ ຢູ່ອ້ອມແອ້ມຊີຣີ. ການນຳສອງປະເທດ ລັດເຊຍ ແລະ ຊີຣີ ກໍໄດ້ປຶກສາຫາລືກ່ຽວກັບບາດກ້າວເດີນຕໍ່ໄປ ເພື່ອຫັນການພົວພັນລະຫວ່າງ ຊີຣີ ແລະ ຕວັກກີ ເປັນປົກກະຕິຄືນໃໝ່, ເຊິ່ງໃນນັ້ນ ລັດເຊຍ ສວມບົດບາດເປັນປະເທດໄກ່ເກ່ຍ./.

ຕອບກັບ

ຂ່າວ/ບົດ​ອື່ນ