ທ່ານປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ ກ່າວ​ຄຳ​ເຫັນ​ຄັ້ງ​ທຳ​ອິດ​ຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດຊຸດ​ໃໝ່, ​ຄັດ​ຄ້ານບັນ​ດາ​ມາດ​ຕະ​ການລົງໂທດຂອງ ອາ​ເມ​ລິ​ກາ

(VOVWORLD) - ການກະທຳນີ້ຂອງ ວໍຊີງຕັນ ແມ່ນບາດກ້າວ “ປີນຂັັ້ນໄດ” ແນໃສ່ “ບີບຮັດ” ຊີວິດຂອງປະຊາຊົນ ຊີຣີ.
ທ່ານປະ​ທາ​ນາ​ທິ​ບໍ​ດີ ຊີ​ຣີ ກ່າວ​ຄຳ​ເຫັນ​ຄັ້ງ​ທຳ​ອິດ​ຕໍ່​ໜ້າ​ສະ​ພາ​ແຫ່ງ​ຊາດຊຸດ​ໃໝ່, ​ຄັດ​ຄ້ານບັນ​ດາ​ມາດ​ຕະ​ການລົງໂທດຂອງ ອາ​ເມ​ລິ​ກາ - ảnh 1

ທ່ານ ປະທານາທິບໍດີ ຊີຣີ Bashar al-Assad  (ພາບ: AFP/TTXVN)

ໃນວັນທີ 12 ສິງຫາ, ທ່ານ ປະທານາທິບໍດີ ຊີຣີ Bashar al-Assad ໄດ້ຄັດຄ້ານນບັນດາມາດຕະການລົງໂທດຂອງ ອາເມລິກາ ທີ່ຈັດວາງໃສ່ ຊີຣີ, ທ່ານເນັ້ນໜັກວ່າ  ການກະທຳນີ້ຂອງ ວໍຊີງຕັນ ແມ່ນບາດກ້າວ “ປີນຂັັ້ນໄດ” ແນໃສ່ “ບີບຮັດ” ຊີວິດຂອງປະຊາຊົນ ຊີຣີ.

ທ່ານ Assad ໄດ້ຍົກອອກຖະແຫຼງດັ່ງກາວໃນບົດກ່າວຄຳເຫັນທຳອິດຕໍ່ໜ້າສະພາແຫ່ງຊາດຊຸດໃໝ່ຂອງ  ຊີຣີ ທີ່ຫາກໍ່ເລືອກຕັ້ງໃນເດືອນ ກໍລະກົດ ຜ່ານມາ. ທ່ານ Assad ເນັ້ນໜັກວ່າ ຝ່າຍຕາເວັນຕົກ ພວມດຳເນີນສົງຄາມດ້ານເສດຖະກິດໄລຍະຍາວເຊິ່ງ ຊີຣີ ອາດຈະຜ່ານຜ່າດ້ວຍວິທີຍົກສູງຄວາມສາມາດຄ້ຳປະກັນດ້ານສະບຽງອາຫານ, ກໍ່ຄືແກ້ໄຂບັນຫາການສໍ້ລາດບັງຫຼວງ. ຕາມນັ້ນແລ້ວ, ທ່ານ Assad ຢັ້ງຢືນວ່າ ການຕໍ່ສູ້ຕ້ານການສໍ້ລາດບັງຫຼວງຢູ່ ຊີຣີ ພວມໄດ້ຍູ້ແຮງ, ພ້ອມທັງໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ຟື້ນຟູຄັງເງິນຫຼວງຜ່ານບັນດາແບບວິທີຖືກຕ້ອງຕາມກົດໝາຍ.

 

ຕອບກັບ

ຂ່າວ/ບົດ​ອື່ນ