ທ່ານປະທານາທິບໍດີ ຕວກກີ Erdogan ສະເໜີຈັດບັນດາການເຈລະຈາລະຫວ່າງລັດເຊຍ ແລະ ຢູແກຼນ ຄັ້ງທີ 2 ຢູ່ Istanbul

(VOVWORLD) - ຕາມທ່ານ Erdogan ແລ້ວ, ການທູດ ແລະ ການໂອ້ລົມເຈລະຈາຕ້ອງໄດ້ຮັບການສ້າງໂອກາດເພື່ອຮັບປະກັນສົງຄາມ ສິ້ນສຸດລົງ ໃນສັນຕິພາບ, ຍຸຕິທຳ ແລະ ຍືນຍົງ.

ຕວກກີ ກຽມພ້ອມຈັດການເຈລະຈາລະຫວ່າງລັດເຊຍ - ຢູແກຼນ ຢູ່ Istanbul ອີກເທື່ອໜຶ່ງ. ວັນທີ 28 ກຸມພາ, ກ່າວຄຳເຫັນໃນວີດີໂອຕອນໜຶ່ງທີ່ຝາກເຖິງບັນດາຜູ້ເຂົ້າຮ່ວມກອງປະຊຸມສຸດຍອດ ເອີລົບ ຕາເວັນອອກສ່ຽງໃຕ້ - ຢູແກຼນ ທີ່ພວມຈັດຂຶ້ນຢູ່ Albania, ທ່ານປະທານາທິບໍດີ ຕວກກີ Erdogan ໄດ້ເວົ້າຄືນວ່າ ຕວກກີ ສະໜັບສະໜູນຜືນແຜ່ນດິນອັນຄົບຖ້ວນຂອງ ຢູແກຼນ ແລະ ກໍ່ກຽມພ້ອມປະກອບສ່ວນຟື້ນຟູ ຢູແກຼນ. ຕາມທ່ານ Erdogan ແລ້ວ, ການທູດ ແລະ ການໂອ້ລົມເຈລະຈາຕ້ອງໄດ້ຮັບການສ້າງໂອກາດເພື່ອຮັບປະກັນສົງຄາມ ສິ້ນສຸດລົງ ໃນສັນຕິພາບ, ຍຸຕິທຳ ແລະ ຍືນຍົງ. ເພື່ອບັນລຸໄດ້ເປົ້າໝາຍນີ້, ສິ່ງທີ່ສຳຄັນທີ່ສຸດແມ່ນຕ້ອງນຳໃຊ້ທຸກຊ່ອງການທູດຢູ່ໃນລະດັບສູງສຸດ. ການນຳ ຕວກກີ ຍັງຄົງຮັກສາການຕິດຕໍ່ພົວພັນກັບຄູ່ຕຳແໜ່ງຂອງ ລັດເຊຍ ແລະ ຢູແກຼນ.

        ຝ່າຍ ລັດເຊຍ ເຄີຍປະກາດວ່າ ລັດເຊຍ ບໍ່ປະຕິເສດບັນດາການເຈລະຈາ ແຕ່ປະເທດນີ້ຈະດຳເນີນການເຈລະຈາພາຍຫຼັງບັນລຸໄດ້ບັນດາເປົ້າໝາຍຂອງບັ້ນຮົບການທະຫານພິເສດ, ພ້ອມທັງຕ້ອງຄິດໄລ່ຊັ່ງຊາເຖິງບັນດາຄຳຮຽກຮ້ອງຂອງລັດເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ