ທ່ານປະທານາທິບໍດີ ຕວັກກີ ກະຕຸກຊຸກຍູ້ກອງທັບ ຊີຣີ ຖອນອອກຈາກບັນດາປ້ອມສັງເກດການ

(VOVWORLD) -ວັນທີ 5 ກຸມພາ, ທ່ານປະທານາທິບໍດີ ຕວັກກີ Tayyip Erdogan ໄດ້ກະຕຸກຊຸກຍູ້ໃຫ້ ຊີຣີ ຖອນກຳລັງທະຫານອອກຈາກບັນດາປ້ອມສັງເກດການທະຫານຂອງ ອານກາຣາ ຢູ່ແຂວງ Idlib ໃນສະພາບການປະທະກັນເພີ່ມຂຶ້ນໃນຊຸມວັນມໍ່ໆມານີ້ຢູ່ແຂວງຕາເວັນຕົກສ່ຽງເໜືອ ຊີຣີ ນີ້.


ທ່ານປະທານາທິບໍດີ ຕວັກກີ ກະຕຸກຊຸກຍູ້ກອງທັບ ຊີຣີ ຖອນອອກຈາກບັນດາປ້ອມສັງເກດການ - ảnh 1  (ພາບປະກອບ / AFP/TTXVN)

  ກ່າວຄຳເຫັນທີ່ກອງປະຊຸມຂອງພັກ AKP ກຳອຳນາດ ເຊິ່ງດຳເນີນຢູ່ນະຄອນຫລວງ ອານກາຣາ, ທ່ານປະທານາທິບໍດີ ຕວັກກີ Tayyip Erdogan ໃຫ້ຮູ້ວ່າ: ກອງທັບຂອງອຳນາດການປົກຄອງ Damascus ທີ່ມີໜ້າຢູ່ 2 ໃນຈຳນວນ 12 ປ້ອມສັງເກດການ ໂດຍ ອານກາຣາ ກໍ່ສ້າງຢູ່ແຂວງ Idlib ຕາມຂອບເຂດຂໍ້ຕົກລົງ Sochi ປີ 2018 ລະຫວ່າງ ຕວັກກີ ແລະ ລັດເຊຍ. ທ່ານກໍ່ໄດ້ກະຕຸກໃຫ້ຖອນຕົວອອກຈາກປ້ອມດັ່ງກ່າວນັ້ນ ກ່ອນທ້າຍເດືອນ ກຸມພານີ້ ຖ້າບໍ່ດັ່ງນັ້ນ ກຳລັງຂອງ ຕວັກກີ ຈະຊອກຫາວິທີຍູ້ກອງທັບ ຊີຣີ ໃຫ້ຖອຍໄປເອງ.

ຕອບກັບ

ຂ່າວ/ບົດ​ອື່ນ