ທ່ານປະທານາທິບໍດີ ຕວັກກີ ຮຽກຮ້ອງໃຫ້ປະຊາຄົມສາກົນ ມານະພະຍາຍາມບັນລຸໄດ້ຄຳສັ່ງຢຸດຍິງຢູ່ເຂດ ກາຊາ

(VOVWORLD) - ການປຶກສາຫາລືກໍ່ເຕື້ອງເຖິງບັນດາບັນຫາກ່ຽວຂ້ອງເຖິງວິວັດການສັນຕິພາບທີ່ຍາວນານ ແລະ ຍຸຕິທຳຢູ່ພາກພື້ນ.
ທ່ານປະທານາທິບໍດີ ຕວັກກີ ຮຽກຮ້ອງໃຫ້ປະຊາຄົມສາກົນ ມານະພະຍາຍາມບັນລຸໄດ້ຄຳສັ່ງຢຸດຍິງຢູ່ເຂດ ກາຊາ - ảnh 1(ພາບປະກອບ: THX/TTXVN)

        ທ່ານປະທານາທິບໍດີ ຕວັກກີ Recep Tayyip Erdogan ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນ ສືບຕໍ່ມານະພະຍາຍາມ ເພື່ອບັນລຸໄດ້ຂໍ້ຕົກລົງຢຸດຍິງສະບັບໃໝ່ ສຳລັບການປະທະກັນລະຫວ່າງຂະບວນການອິດສະລາມ ຮາມາດ ແລະ ອິດສະຣາແອັນ ຢູ່ເຂດ ກາຊາ. ທ່ານ Recep Tayyip Erdogan ໄດ້ຍົກອອກສານຄືແນວນັ້ນ ທີ່ການພົບປະກັບທ່ານ Ismail Haniyeh, ຫົວໜ້າຂະບວນການ ອິດສະລາມ ຮາມາດ ໃນວັນທີ 20 ເມສາ. ຕາມແຈ້ງການຂອງຫ້ອງວ່າການປະທານາທິບໍດີ ຕວັກກີ ແລ້ວ, ການປຶກສາຫາລືກໍ່ເຕື້ອງເຖິງບັນດາບັນຫາກ່ຽວຂ້ອງເຖິງວິວັດການສັນຕິພາບທີ່ຍາວນານ ແລະ ຍຸຕິທຳຢູ່ພາກພື້ນ. ຕວັກກີ ຍັງຢືດໝັ້ນຕໍ່ບັນດາຄວາມມານະພະຍາຍາມດ້ານການທູດ ເພື່ອຮຽກຮ້ອງໃຫ້ປະຊາຄົມສາກົນ ສະໜັບສະໜູນພາລະກິດອັນຊອບທຳຂອງປະຊາຊົນ ປາແລັດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ