ທ່າ​ນ​ປະ​ທາ​ນາ​ທິ​ບໍ​ດີ ນີ​ເຊ Mohamed Bazoum ຖືກ​ກຳ​ລັງ​ພິ​ທັກ​ຮັກ​ສາຈັບ​ຕົວ ຢູ່​ນະ​ຄອນຫຼວງ Niamey

(VOVWORLD) - ເບິ່ງຄືວ່າການຈັບຕົວທ່ານປະທານາທິບໍດີ Mohamed Bazoum  ແມ່ນນອນໃນກົນອຸບາຍລັດຖະປະຫານໃໝ່ຂອງ ນີເຊ.
 
ທ່າ​ນ​ປະ​ທາ​ນາ​ທິ​ບໍ​ດີ ນີ​ເຊ Mohamed Bazoum ຖືກ​ກຳ​ລັງ​ພິ​ທັກ​ຮັກ​ສາຈັບ​ຕົວ ຢູ່​ນະ​ຄອນຫຼວງ Niamey - ảnh 1 ທ່ານປະທານາທິບໍດີ ນີເຊ Mohamed Bazoum ຢູ່ ປາຣີ (ຝລັ່ງ) ໃນວັນທີ 22/6 (ພາບ: AFP)

 ຕອນຄ່ຳວັນທີ 26 ກໍລະກົດ, ຢູ່ທາງເຂົ້າທຳນຽບຂອງທ່ານປະທານາທິບໍດີ ນີເຊ Mohamed Bazoum ຖືກບັນດາສະມາຊິກຂອງກຳລັງພິທັກຮັກສາ ປະທານາທິບໍດີ ປິດລ້ອມຢູ່ນະຄອນຫຼວງ Niamey. ເບິ່ງຄືວ່າການຈັບຕົວທ່ານປະທານາທິບໍດີ Mohamed Bazoum  ແມ່ນນອນໃນກົນອຸບາຍລັດຖະປະຫານໃໝ່ຂອງ ນີເຊ. ກອງທັບ ນີເຊ ໄດ້ຍົກອອກຄຳຂາດ, ໂດຍຖະແຫຼງວ່າ ພ້ອມແລ້ວທີ່ຈະບຸກໂຈມຕີກຳລັງພິທັກຮັກສາ ຖ້າຫາກວ່າ ທ່ານປະທານາທິບໍດີ Mohamed Bazoum ບໍ່ໄດ້ຮັບການປ່ອຍອິດສະຫຼະພາບ.

        ຕາມໂທລະພາບ Al Arabyia ແລ້ວ, ຕອນຄ່ຳວັນທີ 26 ກໍລະກົດ, ທ່ານປະທານາທິບໍດີ ເບນິນ, Patrice Talon ໄດ້ໄປຍັງ ນິເຊີ ເພື່ອປະຕິບັດການໄກ່ເກ່ຍບັນຫາດັ່ງກ່າວ. ເມື່ອກ່າວຄຳເຫັນຕໍ່ວົງການສື່ມວນຊົນ ຢູ່ນະຄອນຫຼວງ Abuja ຂອງ ໄນຈີເຣຍ ກ່ອນການເດີນທາງໄປຍັງ ນີເຊ, ທ່ານປະທານາທິບໍດີ ເບນິນ ຢັ້ງຢືນວ່າ ຈະນຳໃຊ້ທຸກວິທີການທີ່ຈຳເປັນເພື່ອແກ້ໄຂຟື້ນຟູຄວາມເປັນລະບຽບຮຽບຮ້ອຍຂອງລັດຖະທຳມະນູນຢູ່ ນີເຊ.

ບາທີ - ນັກຂ່າວ VOV ປະຈຳ ອີຢິບ


ຕອບກັບ

ຂ່າວ/ບົດ​ອື່ນ